spot_img
Homeຂ່າວຕ່າງປະເທດຊາວບ້ານໃນອິນເດຍ ລຸມກະທືບຜູ້ຕ້ອງສົງໄສຂ້າຂົ່ມຂືນເດັກຍິງ ເສຍຊີວິດຄາຕີນ 1 ລາຍ

ຊາວບ້ານໃນອິນເດຍ ລຸມກະທືບຜູ້ຕ້ອງສົງໄສຂ້າຂົ່ມຂືນເດັກຍິງ ເສຍຊີວິດຄາຕີນ 1 ລາຍ

Published on

6334901_2

ຊາວອິນເດຍລຸມກະທືບ 3 ຜູ້ຕ້ອງສົງໄສກໍ່ເຫດຂ້າຂົ່ມຂືນເດັກ ແລ້ວນຳໄປແຂວນຄໍ ດັບຄາຕີນ 1 ລາຍ.

 

ຕາມແຫຼ່ງຂ່າວຂອງຕ່າງປະເທດລາຍງານ ເມື່ອວັນທີ 24 ກໍລະກົດຜ່ານມາວ່າ ເກີດເຫດຊາວບ້ານລຸມ

ກະທືບກຸ່ມຄົນທຸກຍາກ ເສຍຊີວິດ 1 ລາຍ ແລະ ບາດເຈັບສາຫັດອີກ 2 ທີ່ບ້ານຄາລິບາຊາ ໃນລັດເບັງ

ກອນຕາເວັນຕົກຂອງປະເທດອິນເດຍ ຫຼັງຈາກທັງສາມຄົນ ຕົກເປັນຜູ້ຕ້ອງສົງໄສຂ້າຂົ່ມຂືນເດັກຍິງ

7 ປີ ແລ້ວນຳຮ່າງຂອງນາງໄປແຂວນໄວ້ກັບຕົ້ນໄມ້.

 

ເດັກຍິງຜູ້ເຄາະຮ້າຍດັ່ງກ່າວ ຫາຍໂຕໄປໃນຂະນະທີ່ໄປຊື້ເຄື່ອງທີ່ຮ້ານຄ້າພາຍໃນບ້ານ ຕັ້ງແຕ່ຫົວຄ່ຳ

ຂອງວັນພຸດ 23 ກໍລະກົດ ເຊິ່ງຄອບຄົວ ແລະ ຊາວບ້ານໄດ້ຊ່ວຍກັນອອກຕາມຫາ ຈົນກ່ວາມື້ເຊົ້າຕໍ່ມາ

ຈິ່ງໄດ້ພົບຮ່າງຂອງນາງ ຖືກແຂວນຄໍໄວ້ກັບຕົ້ນໄມ້ ເຊິ່ງບໍ່ໄກຈາກບ້ານພໍປານໃດ.  ຂ່າວປາກຕໍ່ປາກໄດ້

ກະຈາຍອອກໄປວ່າ ເດັກຍິງຄົນດັ່ງກ່າວຖືກຂ້າຂົ່ມຂືນ ແລ້ວນຳໄປແຂວນໄວ້ກັບຕົ້ນໄມ້ ນຳມາເຊິ່ງ

ຄວາມຄຽດແຄ້ນຂອງຊາວບ້ານ ພວກເຂົາຈິ່ງລວມໂຕກັນໄປລ້ວມເຮືອນຂອງ ທ້າວ ຣາທັນ ດາດ ນັກ

ບວດໃນນິກາຍຕັນຕຣະ ເຊິ່ງມີຄົນລະບຸວ່າ ເຫັນເຂົາຢູ່ກັບເດັກຍິງຄົນດັ່ງກ່າວໃນຕອນຫົວຄ່ຳຂອງມື້

ດຽວກັນທີ່ນາງຫາຍໂຕໄປ, ຊາວບ້ານໄດ້ຈູດໄຟເຜົາເຮືອນຂອງເຂົາ ແລ້ວລາກໂຕນັກບວດລາຍນີ້ພ້ອມ

ດ້ວຍລູກສິດອີກ 2 ຄົນ ອອກມາລຸມກະທືບຈົນໜຳໃຈ ຈາກນັ້ນຈິ່ງໄດ້ແຈ້ງເຈົ້າໜ້າທີ່ຕຳຫຼວດ, ສ່ວນ

ຜູ້ຕ້ອງສົງໄສທັງ 3 ຄົນ ໄດ້ຖືກນຳໂຕສົ່ງໂຮງໝໍ ແລະ ແພດກໍໄດ້ລະບຸວ່າ ລາຍ 1 ແມ່ນເສຍຊີວິດແລ້ວ

ສ່ວນອີກ 2 ຄົນທີ່ເຫຼືອອາການບາດເຈັບສາຫັດ.

 

ເຈົ້າໜ້າທີ່ຕຳຫຼວດລະບຸວ່າ ຍັງບໍ່ສາມາດຢືນຢັນໄດ້ວ່າ ເດັກຍິງຖືກຂ້າຂົ່ມຂືນ ກ່ອນຖືກນຳຮ່າງສົບໄປ

ແຂວນໄວ້ກັບຕົ້ນໄມ້ ຫຼື ບໍ່ ໂດຍຈະຕ້ອງລໍຖ້າຜົນຂອງການຊັນນະສູນສົບເສັຍກ່ອນ.

 

ກໍລະນີເຫດສະລົດດັ່ງກ່າວນີ້ ໄດ້ແທງໃຈດຳຂອງຊາວອິນເດຍ ຫຼັງຈາກຫາກໍເກີດເຫດຍິງສາວ 2 ເອື້ອຍ

ນ້ອງ ຖືກຂ້າຂົ່ມຂືນ ແລ້ວນຳເອົາສົບໄປແຂວນເທິງຕົ້ນໄມ້ເຊັ່ນດຽວກັນ ທີ່ລັດອຸດຕຣະປະເທດ ເມື່ອບໍ່

ດົນມານີ້ ເຊິ່ງເຫດການຄ້າຍຄືກັນດັ່ງກ່າວ ໄດ້ເກີດຂຶ້ນຊ້ຳ ຈິ່ງເຮັດໃຫ້ຊາວບ້ານຮູ້ສຶກຄຽດແຄ້ນ ຈົນນຳ

ມາເຊິ່ງເຫດການລຸມກະທືບຜູ້ຕ້ອງສົງໄສ ເຮັດໃຫ້ມີຜູ້ເສຍຊີວິດດັ່ງກ່າວ.

 

6334901_1

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...