spot_img
Homeຂ່າວພາຍ​ໃນຊາວນະຄອນຫລວງວຽງຈັນສະຫລອງບຸນປີໃໝ່ລາວມື້ທີສອງຢ່າງຄຶກຄື້ນມ່ວນຊື່ນ

ຊາວນະຄອນຫລວງວຽງຈັນສະຫລອງບຸນປີໃໝ່ລາວມື້ທີສອງຢ່າງຄຶກຄື້ນມ່ວນຊື່ນ

Published on

ຂປລ. ໃນວັນທີ 15 ເມສາ 2013 ກົງກັບມີ້ແຮມ 1 ຄ່ຳເດືອນ 5 ເປັນມື້ທີສອງຂອງການສະ ເຫລີມສະຫລອງບຸນກຸດສົງການ ຫລື ປີໃໝ່ລາວ, ຊາວນະຄອນຫລວງວຽງຈັນ, ກໍຄືຊາວລາວທົ່ວ ປະເທດໄດ້ພ້ອມກັນສືບຕໍ່ສະຫລອງບຸນກຸດສົງການຢ່າງມ່ວນຊື່ນ ແລະ ເຕັມໄປດ້ວຍບັນຍາກາດອັນ ຟົດຟື້ນຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດມາແຕ່ບູຮານນະການ.
ສຳລັບຢູ່ນະຄອນຫລວງວຽງຈັນປະຊາຊົນລາວບັນດາເຜົ່າໄດ້ຫົດສົງພະຢູ່ຕາມວັດຕ່າງໆແລະຫົດສົງນ້ຳຢ່າງຄຶກຄື້ນມ່ວນຊື່ນຕາມເສັ້ນທາງສຳຄັນຕ່າງໆເປັນຕົ້ນ: ຖະໜົນເສດຖາທິລາດ, ເຈົ້າຟ້າງຸ່ມ ແລະ ສະຖານທີ່ອື່ນໆ. ໃນນີ້ຖະໜົນເສດຖາທິລາດ ເລີ່ມແຕ່ ໄຟແດງວັດອິນແປງຫານ້ຳພຸ ( ບ້ານຊຽງຍືນ ) ໄດ້ມີການປິດການສັນຈອນເລີ່ມແຕ່ເວລາ 13:00 ໂມງຫາ 17: 00ໂມງ ເພື່ອໃຫ້ມວນຊົນຊາວ ນະຄອນຫລວງວຽງຈັນກໍຄືນັກທ່ອງທ່ຽວທັງນາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າຮ່ວມການສະຫລອງບຸນ ປີໃໝ່ລາວດ້ວຍຄວາມມ່ວນຊື່ນແລະປອດໄພ, ນອກນັ້ນບາງຄອບຄົວຍັງໄດ້ມີການ ຄາລະວະສົມມາຜູ້ຊົງ ຄຸນວຸດທິ,ພໍ່ແມ່ເຖົ້າແກ່ອາວຸໂສເພື່ອສະແດງຄວາມຮູ້ບຸນຄຸນກະຕັນຍູກະຕະເວທີຕໍ່ຜູ້ມີພະຄຸນ ເພື່ອສົ່ງທ້າຍ ປີເກົ່າແລະຕ້ອນຮັບປີໃໝ່ບົນຈິດໃຈແຫ່ງຄວາມເບິກ ບານມ່ວນ ຊື່ນ,ຮັກສາໄດ້ຮີດ ຄອງປະເພນີທີ່ເປັນເອກະ ລັກ ຂອງຊາດຕົນ ໃຫ້ຄົງ ຢູ່ຕະ ຫລອດການ.
ສ່ວນຢູ່ທີ່ທ່າວັດຈັນໄດ້ຈັດກິດຈະກຳກິລາຫາດຊາຍຫລາຍປະເພດຊຶ່ງປະກອບມີ:ບານເຕະຫາດຊາຍ, ບານສົ່ງຫາດ ຊາຍ,ແຂ່ງຂັນການຈັບປາແບບ ພື້ນບ້ານແລະກິລາປະເພດອື່ນໆສຳລັບຢູ່ຕາມເບື້ອງ ລຸ່ມ ແຄມນ້ຳຂອງກໍໄດ້ຫົດນ້ຳ ມ່ວນຊຶ່ນ.ສ່ວນຢູ່ດ້ານເທິງລຽບແຄມທາງກໍໄດ້ມີການ ວາງສະແດງແລະຂາຍສິນ ຄ້າຜະລິດຕະພັ ນລາວ,ເຄື່ອງຫັ ດຖະກຳລາວ ​ແລະເຄື່ອງທີ່ລະ ນຶກວັດ ທະນະ ທຳບັນດາເຜົ່າຕະຫລອດ ທັງວັນ./.

ທີ່ມາ http://www.kpl.net.la/lao/news/dnl%205.htm

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...