spot_img
Homeຂ່າວຕ່າງປະເທດຊາວຈີນຕົກໃຈແຕກຕື່ນຝົນຕົກເປັນສີດໍາ

ຊາວຈີນຕົກໃຈແຕກຕື່ນຝົນຕົກເປັນສີດໍາ

Published on

ອີງຕາມສໍານັກຂ່າວປະເທດຈີນລາຍງານວັນທີ 18 ພະຈິກ ວ່າ: ເມື່ອບໍ່ກີ້ວັນມານີ້ເກີດເຫດປະກົດການປະຫຼາດຂຶ້ນທີ່ເມືອງ ຫາງໂຈວ ບໍລິເວນເຂດຊຽວຊານ ມົນທົນເຈີ້ຈຽງ ຢູ່ໆກໍເກີດຝົນຕົກລົງເປັນສີດໍາ ເຮັດໃຫ້ບ້ານເຮືອນ ແລະລົດ ທົ່ວພື້ນທີ່ຖືກປົກຄຸມໄປດ້ວຍສີດໍາ ເຊັນດຽວກັບຜູ້ຄົນທີ່ຍ່າງກໍເປິເປື້ອນຄືກັບຖືກເຂມ່າຖ່ານຫີນ.

ເຫດການດັ່ງກ່າວ ເຮັດໃຫ້ທາງການທ້ອງຖິ່ນໄດ້ອອກມາຊີ້ແຈງໃນເວລາຕໍ່ມາວ່າ ເຫດຝົນຕົກປະຫຼາດເປັນສີດໍານັ້ນ ເປັນຜົນກະທົບຈາກການຕິດຕັ້ງອຸປະກອບການຮື້ຖອນ ບໍລິສັດເຊື້ອເພີງແຫ່ງຫຼຶ່ງ ທີ່ຖືກປະຮ້າງໄວ້ໃກ້ເຂດຊຸມຊົນ ແຕ່ການຮື້ຖອນເປັນໄປຢ່າງບໍ່ເໝາະສົມ ເຮັດໃຫ້ຝຸຸ່ນປິໂຕລຽມໂຄ້ກ ຮົ່ວໄຫຼອອກມາ ກາຍເປັນພາວະສຸກເສີນ.

ສໍາຫຼັບສ່ວນປະກອບສໍາຄັນຂອງຝຸ່ນປິໂຕລຽມໂຄ້ກຄື ກາກບອນທີ່ບໍ່ມີຜິດ ແລະສາມາດລ້າງນໍ້າເຮັດຄວາມສະອາດອອກໄດ້ບໍ່ຍາກ ຊຶ່ງຫຼັງເກີດເຫດດັ່ງກ່າວ ທາງການທ້ອງຖິ່ນໄດ້ເຂົ້າດໍາເນີນການໃນພາວະສຸກເສີນທັນທີ ເພື່ອທໍາຄວາມສະອາດພື້ນທີ່ຊຸມຊົນທີ່ໄດ້ຮັບຜົນກະທົບ ພ້ອມກັບທໍາການສອບສວນ ແລະດໍາເນີນຄະດີຜູ້ທີ່ກ່ຽວຂ້ອງກັບຄວາມຜິດພາດໃນຄັ້ງນີ້ຢ່າງຫຼີກລ່ຽງບໍ່ໄດ້.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...