spot_img
Homeຂ່າວພາຍ​ໃນຊາຍຊາວຫວຽດນາມລັກລອບຂົນໜ້າກາກອະນາໄມເຂົ້າລາວ

ຊາຍຊາວຫວຽດນາມລັກລອບຂົນໜ້າກາກອະນາໄມເຂົ້າລາວ

Published on

ອີງຕາມລາຍງານຈາກສຳນັກຂ່າວ VN Express ໃຫ້ຮູ້ວ່າ ໃນວັນທີ 13 ມີນາ 2020​ ຕຳຫຼວດຊາຍແດນຫວຽດນາມໄດ້ຈັບກຸມຜູ້ລັກລອບນຳເຂົ້າໜ້າກາກອະນາໄມຈາກ ຮ່າໂນ້ຍ ປະເທດ ຫວຽດນາມຜ່ານລົດເມໂດຍສານ ເປັນຈຳນວນ 13 ກ່ອງ ຫຼື 30,000 ແຜ່ນ ທີ່ດ່ານ Cau Treo. ຜູ້ຕ້ອງຫາເປັນຊາຍອາຍຸ 32 ປີ ສາລະພາບວ່າຖືກຈ້າງໂດຍຄົນແປກໜ້າສອງຄົນໃຫ້ຂົນສົ່ງສິນຄ້າໄປວຽງຈັນເປັນຈຳນວນເງິນ 6.5 ລ້ານດົງ (2.5 ລ້ານກີບ). ລັດຖະບານຫວຽດນາມໄດ້ອອກມາດຕະການຫ້າມສົ່ງອອກໜ້າກາກອະນາໄມຕັ້ງແຕ່ວັນທີ 28 ກຸມພາ, ຍົກເວັ້ນການສົ່ງອອກຢຽວຢາຈາກພາກລັດ ຫຼັງໜ້າກາກອະນາໄມເປັນສິນຄ້າທີ່ມີຄວາມຕ້ອງການຫຼາຍໃນປະເທດ, ຜູ້ໃດກະທຳຈະຖືກປັບໄໝເປັນມູນຄ່າ 5-10 ລ້ານດົງ (1.9-3.8 ລ້ານກີບ).

ຮຽບຮຽງໂດຍ ວະນິດາ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...