spot_img
Homeຂ່າວຕ່າງປະເທດຊາຍຊາວດັຊຮ້ອງຂໍຄວາມຊ່ວຍເຫຼືອ ຫຼັງຈາກຫຼົງກືນກະແຈລົດຂອງຕົນເອງ

ຊາຍຊາວດັຊຮ້ອງຂໍຄວາມຊ່ວຍເຫຼືອ ຫຼັງຈາກຫຼົງກືນກະແຈລົດຂອງຕົນເອງ

Published on

ເວັບໄຊ້ Khaosod ໄດ້ລາຍງານວ່າ: ເມື່ອວັນທີ 10 ສິງຫາ 2021 ທີ່ຜ່ານມາ ໄດ້ມີນັກທ່ອງທ່ຽວຊາວດັຊທີ່ໄດ້ເດີນທາງມາທ່ອງທ່ຽວປະເທດແອັດສະປາຍກັບຄອບຄົວ ກ່ອນທີ່ຈະເສຍຊີວິດ ພຽງເພາະການສື່ສານກັນທີ່ບໍ່ເຂົ້າໃຈ.

ນັກທ່ອງທ່ຽວຄົນນີ້ເປັນຊາຍ ອາຍຸ 37 ປີ ທີ່ໄດ້ກືນກະແຈລົດຂອງຕົນເອງລົງໄປໂດຍບໍ່ໄດ້ຕັ້ງໃຈໃນຂະນະທີ່ໄປທ່ຽວພັກຜ່ອນທີ່ບາເຊວໂລນາ ໂດຍເຂົາໄດ້ເຂົ້າໄປໃນສູນການຄ້າແຫ່ງໜຶ່ງໃນເຂດຊາເຣຍ-ຊານ ເຈີຊິວາ ເພື່ອຂໍຄວາມຊ່ວຍເຫຼືອ ແຕ່ພັດຖືກເຈົ້າໜ້າທີ່ຮັກສາຄວາມປອດໄພໄລ່ອອກມາ ພຽງເພາະວ່າພວກເຂົາບໍ່ເຂົ້າໃຈໃນສິ່ງທີ່ນັກທ່ອງທ່ຽວຄົນນີ້ເວົ້າ ກ່ອນທີ່ຊາຍຄົນດັ່ງກ່າວຈະເປັນລົມໝົດສະຕິທີ່ດ້ານນອກຂອງສູນການຄ້າ ແລະ ເຈົ້າໜ້າທີ່ຮັກສາຄວາມປອດໄພກໍໄດ້ພະຍາຍາມຊ່ອຍຊີວິດຂອງເຂົາໃນເບື້ອງຕົນກ່ອນທີ່ໝໍຈະມາຮອດ ແລະ ພົບວ່າມີກະແຈລົດຕິດຢູ່ໃນຄໍຂອງຊາຍຄົນດັ່ງກ່າວ.

ໂດຍທາງທີມໝໍໄດ້ພະຍາຍາມເອົາກະແຈລົດອອກຈາກຄໍ ແລະ ພະຍາຍາມເຮັດໃຫ້ອາການຂອງຊາຍຄົນດັ່ງກ່າວຄົງທີ່ ແລະ ນໍາສົ່ງໄປໂຮງໝໍ ແຕ່ວ່າຫຼັງຈາກນັ້ນບໍ່ດົນເຂົາກໍເສຍຊີວິດລົງໃນທີ່ສຸດ.

ເຖິງຢ່າງໃດກໍຕາມໃນເບື້ອງຕົນຍັງບໍ່ຮູ້ສາເຫດວ່າເປັນຫຍັງນັກທ່ອງທ່ຽວຄົນນີ້ຈຶ່ງໄດ້ກືນກະແຈລົດຂອງຕົນເອງ ແລະ ຄະດີດັ່ງກ່າວຢູ່ໃນຄວາມດູແລຂອງເຈົ້າໜ້າທີ່ຕໍາຫຼວດບາເຊລໂລນາ ແລະ ທາງເຈົ້າໜ້າທີ່ກໍໄດ້ໃຫ້ການສະໜັບສະໜຸນແກ່ຄອບຄົວຂອງຜູ້ເສຍຊີວິດ ພ້ອມທັງແຈ້ງເລື່ອງໃຫ້ແກ່ສະຖານທູດດັຊ ແລະ ສະພາເມືອງບາເຊລໂລນາຕໍ່ກັບເຫດການທີ່ເກີດຂຶ້ນ.

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...