spot_img
Homeຂ່າວພາຍ​ໃນຊາຈາກສວນຊາ36 ຂອງລາວ ຊະນະເລີດການແຂ່ງຂັນຊາໂລກ 2021

ຊາຈາກສວນຊາ36 ຂອງລາວ ຊະນະເລີດການແຂ່ງຂັນຊາໂລກ 2021

Published on

ຊາຈາກສວນຊາ36 ທີ່ຕັ້ງຢູ່ເມືອງປາກຊ່ອງ, ແຂວງຈຳປາສັກ ໄດ້ຮັບຫຼຽນຄຳ ຫຼື ລາງວັນຊະນະເລີດຈາກການແຂ່ງຂັນຊາໂລກປະຈຳປີ 2021 (World Tea Championship 2021) ໃນສາຂາຊາແດງ ເຊິ່ງເປັນຜະລິດຕະພັນຊາບູຮານຂອງບໍລິສັດ ລາວ ທີຊິກ ມາເນີ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ພ້ອມຍັງຖືກເຊີນເຂົ້າຮ່ວມພິທີມອບລາງວັນ ແລະ ງານວາງສະແດງອຸດສາຫະກໍາຊາໂລກ ທີ່ຈະຈັດຂຶ້ນທີ່ນະຄອນນິວຢອກ ສະຫະລັດອາເມຣິກາ ໃນມໍ່ໆນີ້.

ຄະນະກຳມະການຈັດການແຂ່ງຂັນຊາໂລກໄດ້ກ່າວໃນຈົດໝາຍວ່າ: “ສວນຊາ36 ໄດ້ມີສ່ວນຮ່ວມໃນງານວາງສະແດງຊາສາກົນທຸກປະເພດຢ່າງຫ້າວຫັນ. ຄະນະກຳມະການຈັດງານນີ້ໄດ້ເຫັນ ແລະ ຮັບຮູ້ເຖິງປະຫວັດຂອງສວນຊາ36, ມາດຕະຖານຂອງຂະບວນການຜະລິດຊາ, ຄຸນນະພາບຂອງຊາ, ສະພາບແວດລ້ອມທີ່ເປັນເອກະລັກຂອງທ້ອງຖິ່ນລາວ, ພາຊະນະບັນຈຸ ແລະ ອື່ນໆ ທີ່ໄດ້ຜ່ານການກວດສອບຢ່າງລະອຽດທີ່ຖ້ວນ. ຫຼັງຈາກການພິຈາລະນາຂອງຄະນະກຳມະການ, ສຸດທ້າຍ ໄດ້ຕັດສິນໃຫ້ຊາສວນຊາ36 ຈາກ ສປປ ລາວ ຊະນະລາງວັນຊະນະເລີດໃນສາຂາຊາແດງຂອງການແຂ່ງຂັນຊາໂລກປະຈຳປີ 2021”.

ງານວາງສະແດງອຸດສາຫະກຳຊາໂລກ ໄດ້ຈັດຂຶ້ນທຸກປີ ຕັ້ງແຕ່ປີ 2003 ແລະ ເປັນໜຶ່ງໃນ 50 ງານວາງສະແດງສາກົນທີ່ສຳຄັນຢູ່ໃນອາເມຣິກາເໜືອ. ງານດັ່ງກ່າວ, ດຶງດູດຜູ້ນຳສິນຄ້າມາວາງສະແດງຫຼາຍຮ້ອຍຄົນ ແລະ ດຶງດູດຊ່ຽວຊານຫຼາຍກວ່າ 5.000 ຄົນ ຈາກຫຼາຍກວ່າ 50 ປະເທດ ແລະ ພາກພື້ນໃນແຕ່ລະປີ ເຮັດໃຫ້ງານວາງສະແດງອຸດສາຫະກຳຊາໂລກ ກາຍເປັນງານວາງສະແດງພິເສດຂອງອຸດສາຫະກໍາຊາສາກົນທີ່ມີຈໍານວນປະເທດເຂົ້າຮ່ວມຫຼາຍທີ່ສຸດໃນໂລກ. ງານດັ່ງກ່າວ, ໄດ້ຮັບການສະໜັບສະໜູນຈາກງານວາງສະແດງຊາໂລກ ແລະ ຮ່ວມຈັດໂດຍມູນນິທິ Desert Oasis ທີ່ຈະຈັດຂຶ້ນທີ່ນະຄອນນິວຢອກ ແລະ ເມືອງອື່ນໆໃນສະຫະລັດອາເມຣິກາ.

ຂໍ້ມູນຈາກ: 36 Manor

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...