spot_img
Homeຂ່າວພາຍ​ໃນເຈົ້າຄອງນະຄອນຫຼວງອອກຄໍາສັ່ງຫ້າມມີການຜະລິດ ຫຼື ຊື້-ຂາຍ ໝາກກະໂພກ ບັ້ງໄຟດອກ ແລະ ໂຄມໄຟລອຍຟ້າ

ເຈົ້າຄອງນະຄອນຫຼວງອອກຄໍາສັ່ງຫ້າມມີການຜະລິດ ຫຼື ຊື້-ຂາຍ ໝາກກະໂພກ ບັ້ງໄຟດອກ ແລະ ໂຄມໄຟລອຍຟ້າ

Published on

ເຈົ້າຄອງນະຄອນຫຼວງວຽງຈັນໄດ້ອອກຄໍາສັ່ງຫ້າມຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້-ຂາຍ, ມີໄວ້ຄອບຄອງ, ຈູດໝາກກະໂພກ, ບັ້ງໄຟດອກ ແລະ ໂຄມໄຟລອຍຟ້າ ໂດຍບໍ່ໄດ້ຮັບອະນຸຍາດ ເຊິ່ງມີລາຍລະອຽດດັ່ງນີ້:

  1. ຫ້າມຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້-ຂາຍ, ມີໄວ້ຄອບຄອງ, ຈູດໝາກກະໂພກ, ບັ້ງໄຟດອກ ແລະ ໂຄມໄຟລອຍຟ້າ ໂດຍບໍ່ໄດ້ຮັບອະນຸຍາດຈາກກອງບັນຊາການ ປກຊ-ປກສ ນະຄອນຫຼວງວໜງຈັນຢ່າງເດັດຂາດ, ຖ້າບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດລະເມີດ ແມ່ນໃຫ້ເຈົ້າໜ້າທີ່ ປກຊ-ປກສ, ພາສີ, ການຄ້າ ແຕ່ລະຂັ້ນ ຢຶດປັບໃໝ, ດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ອັດຕາປັບໃໝມີດັ່ງນີ້:
    – ໝາກກະໂພກ ຫຼື ບັ້ງໄຟດອກ ຫຼື ໂຄມໄຟລອຍຟ້າ ຈໍານວນ 1 ກິໂລກຣາມ ລົງມາ ປັບໃໝ 500,000 ກີບ
    – ໝາກກະໂພກ ຫຼື ບັ້ງໄຟດອກ ຫຼື ໂຄມໄຟລອຍຟ້າ ຈໍານວນ 1 ກິໂລກຣາມຂຶ້ນໄປ ປັບໃໝກິໂລກຣາມລະ 500,000 ກີບ
    – ຜູ້ທີ່ຈູດຈະຖືກປັບໃໝແຕ່ 500,000 ກີບ – 5,000,000 ກີບ
  1. ໃຫ້ເຈົ້າໜ້າທີ່ການຄ້າ, ພາສີ, ກໍາລັງ ປກຊ-ປກສ, ເມືອງ, ປກສ ແລະ ກອງຫຼອນບ້ານ ເປັນເຈົ້າການຕິດຕາມສືບຮູ້, ກໍາເບາະແສ່, ເປົ້າໝາຍ, ດໍາເນີນການກວດກາ ແລະ ຊອກຄົ້ນຫາ, ຖ້າພົບເຫັນແມ່ນໃຫ້ດໍາເນີນມາດຕະການຕາມຂໍ້ 1 ຂອງຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ
  2. ຄໍາສັ່ງສະບັບນີ້ ມີຜົນສັກສິດນັບຕັ້ງແຕ່ວັນລົງລາຍເຊັນເປັນຕົ້ນໄປ ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້, ພ້ອມກັນຈັດຕັ້ງປະຕິດບັດຢ່າງເຂັ້ມງວດ ແລະ ລາຍງານສະພາບການຕ່າງໆທີ່ເກີດຂຶ້ນຢ່າງທັນການ.

ແຫຼ່ງຂ່າວ:  ຄໍາສັ່ງເຈົ້າຄອງນະຄອນຫຼວງເລກທີ 01/ຈນວ ວັນທີ 27 ມັງກອນ 2022

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...