spot_img
Homeຂ່າວຕ່າງປະເທດຈີນ​ຈັດ​ສັນ​ງົບ 199 ລ້ານ​ຢວນ​​ແກ້​ໄຂ​ສະພາບ​ອາກາດ

ຈີນ​ຈັດ​ສັນ​ງົບ 199 ລ້ານ​ຢວນ​​ແກ້​ໄຂ​ສະພາບ​ອາກາດ

Published on

ກະຊວງ​ການ​ເງິນຈີນ​ຖະ​ແຫຼ​ງວ່າ ລັດຖະບານ​ໄດ້​ຈັດ​ສັນ​ງົບປະມານ 199 ລ້ານ​ຢວນ ​ໃຫ້​ແກ່​ໂຄງການ​ປ່ຽນ​​ແປງສະພາບອາກາດ ພາຍ​ໃຕ້​ນະ​ໂຍບາຍ​ຕໍ່ສູ້​ກັບ​ພາວະ​ໄພ​ແຫ້ງ​ແ​ລ້ງ ​ແລະ ຫຼຸດຜ່ອນ​ຜົນ​ກະທົບ​ຈາກ​ໄພພິບັດ​ທາງ​ທຳ​ມະ​ຊາດ ຫຼັງ​ຈາກ​ມີ​ລາຍ​ງານປະຊາຊົນ​ເສຍ​ຊີວິດ​ຈາກ​ອຸ​ທົກ​ກະ​ໄພ 237 ຄົນ.

ກະຊວງ​ການ​ເງິນ​ລະບຸ​ວ່າ ​ໃນ​ບ້ວງ​ເງິນ​ດັ່ງກ່າວ ຈະ​ນຳ​ໄປ​ຊ່ວຍ​ພື້ນ​ທີ່​ຕ່າງໆ​ຮັບ​ມື​ກັບ​ສະພາບ​ອາກາດຮຸນແຮງ​ທີ່​ເກີດ​ຂຶ້ນ​ຫຼາຍ​ຄັ້ງ​ໃນ​ປີ​ນີ້​​ເປັນ​ຕົ້ນ: ນ້ຳ​ຖ້ວມ​ທາງ​ພາກ​ໃຕ້-ພາກ​ກາງ ​ແລະ ​ໄພ​ແຫ້ງ​ແລ້ງ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ປັດຈຸບັນ​ຈີນ​ໃຊ້​ເຕັກ​ໂນ​ໂລ​ຊີ​ປ່ຽນ​ແປງ​ພາບ​ອາກາດ​ເຊັ່ນ: ຫວ່ານ​ສານ​ເຄມີ​ເຂົ້າ​ໄປ​ໃນ​ເມ​ເພື່ອ​ເຮັດ​ຝົນ​ທຽມ​ໃນ​ໄລຍະ​ແຫ້ງ​ແລ້ງ ​ແລະ ​ເຮັດ​ໃຫ້​ສະພາບ​ອາກາດ​ປອດ​ໂປ່​ງ ຈີ​ນ​ເຄີຍ​ລະບຸ​ໃນ​ເອກະສານ​ທີ່​ເຜີຍ​ແພ່​ໃນ​ປີ​ກ່ອນ​ວ່າ ຈະ​ໃຊ້​​ເຕັກ​ໂນ​ໂລ​ຊີ​​ປ່ຽນ​​ແປງສະພາບ​ອາກາດ​ເຮັດ​ຝົນ​ທຽມ​ປີ​ລະ 60 ຕື້​​ແມັດ​ກ້ອນ​ພາຍ​ໃນ​ປີ 2020.

ສຳນັກ​ຂ່າວ​ຊິນ​ຮວາ​ລາຍ​ງານ​ວ່າ ຕຳຫຼວດ​ໄດ້ທຳລາຍ​ເຂື່ອນ​ແຫ່ງ​ໜຶ່ງ​ໃນ​ມົນທົນ​ຫູ​ເປ່​ຍ ທາງ​ຕອນ​ກາງຂອງ​ປະ​ເທດ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ ​ເພື່ອ​ບັນ​ເທົາ​ນ້ຳ​ຖ້ວມ​ຂັງ​ທີ່​ເກີດ​ຈາກ​ຝົນຕົກ​ໜັກ​ຫຼາຍ​ມື້ ຂະນະ​ມີ​ລາຍ​ງານ​ວ່າ ນັບ​ຈົນ​ເຖິງ​ວັນ​ທີ 13 ກໍລະກົດ​ມີ​ຜູ້​ເສຍ​ຊີວິດ​ເພາະ​ນ້ຳ​ຖ້ວມ​ແລ້ວ 237 ຄົນ ສູນຫາຍ 93 ຄົນ ​ແລະ ສະຖານະ​ການ​ນີ້​ຍັງ​ໜັກ​ຢູ່.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...