spot_img
Homeຂ່າວຕ່າງປະເທດຈີນໂຕ້ກັບຄືນອາເມລິກາໄວຣັດຫຼຸດອອກຈາກຫ້ອງທົດລອງນັ້ນບໍ່ມີຄວາມເປັນໄປໄດ້ເລີຍ.

ຈີນໂຕ້ກັບຄືນອາເມລິກາໄວຣັດຫຼຸດອອກຈາກຫ້ອງທົດລອງນັ້ນບໍ່ມີຄວາມເປັນໄປໄດ້ເລີຍ.

Published on

ສຳນັກຂ່າວຈາກອາເມລິກາລາຍງານໂດຍອ້າງອີງຈາກລາຍງານໜ່ວຍຂ່າວກອງແຫ່ງອາເມລິກາທີ່ບໍ່ເປີດເຜີຍກ່ອນໜ້ານີ້ ວ່າ ນັກວິິໄຈ 3 ຄົນຈາກສະຖາບັນໄວຣັດວິທະຍາອູ່ຮັ່ນປ່ວຍດ້ວຍອາການຄ້າຍຄືໂຣກຕິດເຊື້ອໄວຣັດໂຄໂຣນ່າສາຍພັນໃໝ່ 2019 ຫຼື ໂຄວິດ-19 ແລະ ໂຣກຕາມລະດູການທົ່ວໄປ ຈົນຕ້ອງເຂົ້າໂຮງໝໍເມື່ອເດືອນ ພະຈິກ 2019 ກ່ອນທີ່ໂຣກດັ່ງກ່າວຈະແຜ່ລະບາດທີ່ເມືອງອູ່ຮັ່ນ ໃນເດືອນທັນວາ.

ລາຍງານດັ່ງກ່າວມີຂໍ້ມູນຫຼາຍກວ່າເອກະສານເຜີຍແຜ່ຂໍ້ເທັດຈິງຂອງກະຊວງການຕ່າງປະເທດອາເມລິກາ ແລະ ຖືກເຜີຍແຜ່ອອກມາໃນຊ່ວງບໍ່ພໍເທົ່າໃດມືື້ກ່ອນໜ້າ ໂດນັລ ທຣໍ້າ ຈະພົ້ນຈາກຕຳແໜ່ງປະທານາທິບໍດີ.

ການເປີດເຜີຍຈຳນວນຂອງນັກວິໄຈຊ່ວງເວລາທີ່ປ່ວຍ ແລະ ການໄປຮັກສາຕົວທີ່ໂຮງໝໍນີ້ ເກີດຂຶ້ນກ່ອນການປະຊຸມຂອງຜູ້ບໍລິຫານລະດັບທີ່ຕັດສິນໃຈໄດ້ຂອງອົງການອານາໄມໂລກ ເຊິ່ງຄາດວ່າການປະຊຸມນີ້ຈະໂອ້ລົມເລື່ອງການສອບສວນທີ່ມາຂອງໂຣກໂຄວິດ-19 ໃນໄລຍະຕໍ່ມາ.

ເຈົ້າໜ້າທີ່ລັດທັງຊຸດເກົ່າ ແລະ ຊດໃໝ່ທີ່ໄດ້ມີສ່ວນຮ່ວມກັບໜ່ວຍຂ່າວກອງກ່ຽວກັບການສືບສວນນັກວິໄຈຈາກຫ້ອງປະຕິບັດການກັບມີຄວາມຄິດເຫັນແຕກຕ່າງກັນ ເຊິ່ງມີເຈົ້າໜ້າທີ່ບາງຄົນກ່າວວ່າຂໍ້ມູນທີ່ຖືກເປີດເຜີຍນີ້ບໍ່ແມ່ນຈີນ ແລະ ເຖິງແມ່ນວ່າຈະເປັນຂໍ້ມູນທີ່ສຳຄັນ ແຕ່ກໍ່ຕ້ອງສືບສວນຕໍ່ໄປ.

ໃນໄລຍະຜ່ານມາ ຈີນໄດ້ປະຕິເສດຫຼາຍຄັ້ງແລ້ວວ່າໄວຣັດດັ່ງກ່າວບໍ່ໄດ້ຫຼຸດອອກມາຈາກຫ້ອງທົດລອງ ແລະ ເມື່ອອາທິດທີ່ຜ່ານມາກະຊວງການຕ່າງປະເທດຈີນ ຍັງນຳຜົນສະຫຼຸບຂອງທີມງານສືບຫາຕົ້ນຕໍໂຣກໂຄວິດ-19 ທີ່ນຳໂດຍອົງການອານາໄມໂລກຂຶ້ນມາຕອບໂຕ້ອາເມລິກາວ່າ ແນວຄິດທີ່ເຊື້ອວ່າໄວຣັດຫຼຸດອອກຈາກຫ້ອງທົດລອງນັ້ນບໍ່ມີຄວາມເປັນໄປໄດ້ເລີຍ.

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...