spot_img
Homeວິທະຍາສາດ-ວິທະຍາການຈີນເປີດໂຕເຮືອກູ້ໄພອັດຕະໂນມັດລຳທຳອິດຂອງປະເທດ

ຈີນເປີດໂຕເຮືອກູ້ໄພອັດຕະໂນມັດລຳທຳອິດຂອງປະເທດ

Published on

ປັດຈຸບັນນີ້ໃນປະເທດຈີນ ຜູ່ປະກອບອາຊີບໜ່ວຍກູ້ໄພຕ້ອງພົບກັບບັນຫາໜ້າໜັກໃຈແລ້ວ ເມື່ອພວກເຂົາອາດຖືກຫຸ່ນຍົນເຂົ້າມາແທນທີ່ ຫຼື ຕ້ອງໄດ້ໄປຝຶກເຮັດວຽກຮ່ວມກັບຫຸ່ນຍົນ

ເພາະໃນອາທິດນີ້ ສະຖາບັນເຄື່ອງກົນຈັກອັດສະລິຍະ ທີ່ຢູ່ພາຍໃຕ້ການດູແລຂອງສະຖາບັນນັກວິທະຍາສາດຈີນໄດ້ປະກາດເປີດຕົວເຮືອໄວບໍ່ມີຄົນຂັບລຳທຳອິດຂອງປະເທດ ໂດຍມີຈຸດປະສົງເພື່ອມາຊ່ວຍເຫຼືອປະຊາຊົນທີ່ຈົມນ້ຳ

Yu Yangdao ຜູ່ນຳທີມພັດທະນາສິ່ງປະດິດນີ້ກ່າວວ່າເືອໄວນີ້ມີທັງກ້ອງ ແລະ ເຊັນເຊຮອິນຟຣາເຣດທີ່ໃຊ້ກວດຈັບ “ເປົາໝາຍທີ່ເຄື່ອນທີ່” ເມື່ອຄົນລອຍນ້ຳກຳລັງຕົກຢູ່ໃນອັນຕະລາຍ ເຮືອໄວລຳນີ້ຈະລະບຸຕຳແໜ່ງ ຄຳນວນຄວາມສ່ຽງທີ່ຈະເກີດຈາກການຈົມນ້ຳ ຮວມເຖິງການສົ່ງສັນຍານໄປທີ່ສູນບັນຊາການ ຫຼັງຈາກນັ້ນທີມໜ່ວຍກູ້ໄພທີ່ໄດ້ຮັບແຈ້ງເຕືອນກໍ່ກຽມອອກປະຕິບັດການໄດ້ເລີຍ

ທ່ານ Yu ກ່າວວ່າເຮືອໄວບໍ່ມີຄົນຂັບລຳທຳອິດຂອງຈີນລຳນີ້ ຍັງມີເທັກໂນໂລຢີໃນສະຫະລັດອາເມລິກາ ແລະ ອິສຣາເອລ ແລະ ຄວາມສາມາດຂອງມັນຍັງຖືກຈຳກັດໄວ້ເພື່ອໃຊ້ສຳຫຼັບການເຝົ້າລະວັງດ້ານສິ່ງແວດລ້ອມ ແລະ ການເກັບຮວບຮວມຂໍ້ມູນເທົ່ານັ້ນ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...