spot_img
Homeຂ່າວຕ່າງປະເທດຈີນເຕືອນ ການທຳລາຍຫລັກການຈີນດຽວ ຈະເປັນການສັ່ນຄອນສັນຕິພາບ

ຈີນເຕືອນ ການທຳລາຍຫລັກການຈີນດຽວ ຈະເປັນການສັ່ນຄອນສັນຕິພາບ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ສຳນັກງານກິດຈະການໄຕ້ຫວັນຂອງຈີນ ໄດ້ອອກມາລະບຸ ໃນວັນທີ 14 ທັນວານີ້ວ່າ ການແຊກແຊງໃດໆກໍຕາມ ຫລື ການທຳລາຍຫລັກການຈີນດຽວ ຈະສົ່ງຜົນກະທົບຢ່າງຮຸນແຮງຕໍ່ສັນຕິພາບ ແລະ ສະຖຽນລະພາບໃນຂົງເຂດໄຕ້ຫວັນ, ທ່ານ ອານ ເຟິ່ງຊານ ໂຄສົກປະຈຳສຳນັກງານກິດຈະການໄຕ້ຫວັນ ແຫ່ງ ສປ ຈີນ ໄດ້ອອກມາຖະແຫລງຂ່າວປະຈຳວັນ ຊຶ່ງໄດ້ລະບຸວ່າ ບັນຫາກ່ຽວກັບໄຕ້ຫວັນ ແມ່ນກ່ຽວຂ້ອງກັບອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນ, ການຍຶດຖືຫລັກການຈີນດຽວ ເປັນພື້ນຖານທາງການເມືອງ ໃນການພັດທະນາຄວາມສຳພັນ ລະຫວ່າງ ຈີນ-ສະຫະລັດອາເມຣິກາ ແລະ ເປັນເສົາຫລັກຂອງສັນຕິພາບ ແລະ ສະຖຽນລະພາບໃນຂົງເຂດໄຕ້ຫວັນ, ທ່ານໄດ້ເວົ້າວ່າ ຫາກຫລັກການພື້ນຖານດັ່ງກ່າວນີ້ ໄດ້ຮັບການແຊກແຊງ ຫລື ຖືກທຳລາຍ ເມື່ອນັ້ນການພັດທະນາຄວາມສຳພັນ ຈີນ-ສະຫະລັດຯ ທີ່ສົດໃສ ແລະ ໝັ້ນຄົງ ກໍຈະບໍ່ສາມາດເປັນໄປໄດ້ ຕະຫລອດຮອດສັນຕິພາບ ແລະ ສະຖຽນລະພາບໃນຂົງເຂດໄຕ້ຫວັນ ກໍຈະໄດ້ຮັບຜົນກະທົບຢ່າງຮ້າຍແຮງ.

ທັງນີ້ ການອອກມາຖະແຫລງດັ່ງກ່າວຂອງຈີນ ມີຂຶ້ນພາຍຫລັງທີ່ ທ່ານ ໂດນັນ ທຣັມ ວ່າທີ່ປະທານາທິບໍດີ ສະຫະລັດອາເມຣິກາຜູ້ໃໝ່ ໄດ້ກ່າວມີຄຳເຫັນໃນວັນອາທິດທີ 11 ທັນວາຜ່ານມານີ້ວ່າ ສະຫະລັດຯບໍ່ຈຳເປັນຕ້ອງຍຶດຕິດກັບຈຸດຢືນທີ່ວ່າ ໄຕ້ຫວັນເປັນສ່ວນໜຶ່ງຂອງຈີນດຽວ ຊຶ່ງໄດ້ສ້າງຄວາມບໍ່ເພິ່ງພໍໃຈຢ່າງໜັກໜ່ວງໃຫ້ກັບຈີນ.

 

 
 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...