spot_img
Homeຂ່າວຕ່າງປະເທດຈີນເດັດຂາດ! ສັ່ງຮື້ຖອນຕຶກສູງ 3 ຫລັງ ລັກລອບຕໍ່ເຕີມ ແບບຜິດກົດໝາຍ ຢູ່ນະຄອນທຽນຈິນ!

ຈີນເດັດຂາດ! ສັ່ງຮື້ຖອນຕຶກສູງ 3 ຫລັງ ລັກລອບຕໍ່ເຕີມ ແບບຜິດກົດໝາຍ ຢູ່ນະຄອນທຽນຈິນ!

Published on

558000014272702

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ທັນວາຜ່ານມານີ້ວ່າ ເຈົ້າໜ້າທີ່ນະຄອນທຽນຈິນ ປະເທດຈີນ ໄດ້ອອກຄຳສັ່ງຮື້ຖອນ ຕຶກອາຄານສູງກາງເມືອງ 3 ຫລັງ ທີ່ລັກລອບກໍ່ສ້າງຕໍ່ເຕີມ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ຜິດກົດໝາຍ ຊຶ່ງອາດເກີດອັນຕະລາຍ ຕໍ່ກັບຜູ່ຢູ່ອາໄສ ແລະ ປະຊາຊົນ ໂດຍບັນດາຕຶກດັ່ງກ່າວ ເຈົ້າໜ້າທີ່ອະນຸຍາດໃຫ້ກໍ່ສ້າງ ເປັນອາຄານສູງ 31 ຊັ້ນ ຈຳນວນ 2 ແຫ່ງ ແຕ່ເຈົ້າຂອງໂຄງການ ລັກລອບກໍ່ສ້າງເພີ່ມເຕີມ ເປັນອາຄານ ສູງ 41 ຊັ້ນ ແລະ 58 ຊັ້ນ, ສ່ວນອີກຫລັງໜຶ່ງ ແມ່ນອະນຸຍາດໃຫ້ປຸກສ້າງ ເປັນອາຄານສູງ 35 ຊັ້ນ ແຕ່ໄດ້ລັກລອບຕໍ່ເຕີມ ເປັນອາຄານສູງ 65 ຊັ້ນແທນ.

ທັງນີ້ ຈີນໄດ້ດຳເນີນມາດຕະການເຂັ້ມງວດ ໃນການປາບປາມ ການສໍ້ລາດບັງຫລວງ ຂອງເຈົ້າໜ້າທີ່ຢ່າງຈິງຈັງ ຫລັງຈາກເຫດການລະເບີດຮຸນແຮງ ຢູ່ສາງສິນຄ້າເມືອງທຽນຈິນ ເມື່ອເດືອນສິງຫາ 2015 ຜ່ານມາ ຊຶ່ງເຫດການຄັ້ງນັ້ນ ໄດ້ເຮັດໃຫ້ເຈົ້າໜ້າທີ່ຫລາຍສິບຄົນ ຖືກຈັບກຸມ ແລະ ດຳເນີນຄະດີ ໃນຂໍ້ຫາປະຕິບັດໜ້າທີ່ບໍ່ຖືກຕ້ອງ ແລະ ໄດ້ມີການກວດສອບ ອອກຄຳສັ່ງຮື້ຖອນ ອາຄານທີ່ບໍ່ໄດ້ມາດຕະຖານ ພາຍໃນນະຄອນທຽນຈິນ ອີກຫລາຍສິບແຫ່ງ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...