ຈີນອະນຸມັດໃຫ້ຜະລິດຢາ “ຟາວິພິຣາເວຍ” ທີ່ໃຊ້ຮັກສາໄວຣັດໂຄວິດ-19 ແລ້ວ

ຜູ້ອຳນວຍການສູນພັດທະນາເທັກໂນໂລຢີຊີວະພາບແຫ່ງຊາດຈີນ (CNCBD) ສັງກັດກະຊວງວິທະຍາສາດ ແລະ ເທັກໂນໂລຢີ ຖະແຫຼງຂ່າວວ່າ ຈີນສາມາດໃຊ້ຢາ “ຟາວິພິຣາເວຍ” ເປັນຢາຕ້ານໄວຣັດທີ່ເຮັດໃຫ້ເກີດໂຣກໄຂ້ຫວັດໃຫຍ່ທີ່ສະແດງປະສິດທິພາບທາງການຮັກສາເຊື້ອໄວຮັດໂຄໂຣນາ ຫຼື ໂຄວິດ-19 ໃນລະດັບທີ່ໜ້າພໍໃຈ ຢາຕົວນີ້ໄດ້ຮັບອະນຸຍາດໃຊ້ງານໃນຍີ່ປຸ່ນເມື່ອປີ 2014 ແລະ ບໍ່ມີຜົນຂ້າງຄຽງໃນການທົດລອງທາງຄລີນິກ.

ການທົດລອງໃນຄັ້ງນີ້ໄດ້ຮັບຄວາມສົນໃຈຈາກຜູ້ປ່ວຍຈຳນວນ 80 ຄົນ ທີ່ເຂົ້າຮ່ວມໃນໂຮງໝໍແຫ່ງທີ 3 ຂອງເມືອງ ເຊິນເຈິ້ນ ໂດຍຜູ້ປ່ວຍຈະໄດ້ຮັບຢາ 35 ຄົນ ແລະ ອີກສ່ວນທີ່ຢູ່ໃນກຸ່ມຄວບຄຸມອີກ 45 ຄົນ.

ຈາກການທົດລອງພົບວ່າຜູ້ປ່ວຍທີ່ໄດ້ຮັບການຮັກສາຢາຟາວິພີຣາເວຍ ມີຜົນການກວດຫາໄວຮັສມີຜົນເປັນລົບໃນໄລຍະເວລາທີ່ສັ້ນກວ່າ ເມື່ອປຽບທຽບກັບຜູ້ປ່ວຍກຸ່ມຄວບຄຸມທີ່ບໍ່ໄດ້ຮັບການຮັກສາດ້ວຍຢາຟາວິພີຣາເວຍ.

ຫ້ອງການບໍລິຫານຢາດ້ານການແພດແຫ່ງຊາດຈີນ (NMPA) ໄດ້ມີຄຳສັ່ງອະນຸມັດການຜະລິດຢາຟາວິພິຣາເວຍໃນປະລິມານຫຼາຍທີ່ພຽງພໍຕໍ່ການຮັກສາແລ້ວ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: The Guardian, brighttv.co.th