spot_img
Homeຂ່າວຕ່າງປະເທດຈີນວາງສະແດງຕົວຢ່າງວັກຊີນໂຄວິດ-19 ທີ່ພັດທະນາເອງ

ຈີນວາງສະແດງຕົວຢ່າງວັກຊີນໂຄວິດ-19 ທີ່ພັດທະນາເອງ

Published on

ເວັບໄຊຂ່າວ dailynews ລາຍງານເມື່ອວັນທີ 8 ກັນຍາ 2020 ວ່າ ບໍລິສັດດ້ານຊີວະວິທະຍາລາຍໃຫຍ່ 2 ແຫ່ງຂອງຈີນ ຄື: ຊິໂນແວດ ໄບໂອເທດ ແລະ ຊິໂນຟຣາມ ນຳຕົວຢ່າງວັກຊີນປ້ອງກັນເຊື້ອໄວຣັດໂຄວິດ-19 ເຊິ່ງຄິດຄົ້ນ ແລະ ພັດທະນາຕົວເອງທຸກຂັ້ນຕອນພາຍໃນປະເທດອອກມາຈັດສະແດງເປັນຄັ້ງທຳອິດທີ່ງານສະແດງສິນຄ້າ ແລະ ບໍລິການນານາຊາດ ໃນນະຄອນປັກກິ່ງ.

ເຖິງຮູບລັກສະນະພາຍນອກຂອງວັກຊີນບໍ່ຕ່າງຈາກວັກຊີນທົ່ວໄປ ຄືເປັນຂອງເຫຼວໃສບັນຈຸຢູ່ພາຍໃນຫຼອດ ແລະ ວັກຊີນຍັງບໍ່ໄດ້ຮັບອະນຸຍາດໃຫ້ໃຊ້ງານໄດ້ແທ້ເປັນວົງກວ້າງ ເນື່ອງຈາກຍັງຢູ່ໃນຂັ້ນຕອນຂອງການທົດສອບໄລຍະທີສາມ ເຖິງແນວໃດກໍ່ຕາມ ການນຳຕົວຢ່າງທຳອິດຂອງວັກຊີນອອກມາຈັດສະແດງໃນຄັ້ງນີ້ໄດ້ຮັບຄວາມສົນໃຈຈາກປະຊາຊົນຈຳນວນຫຼາຍ.

ໃນຂະນະທີ່ຕົວແທນຂອງຊິໂນແວດ ໄບໂອເທດ ແລະ ຊິໂນຟຣາມ ສະແດງຄວາມຫວັງໄປໃນທາງດຽວກັນວ່າຈະໄດ້ຮັບອະນຸຍາດຢ່າງເປັນທາງການພາຍໃນທ້າຍປີນີ້ ໂດຍຊິໂນແວດ ໄບໂອເທດ ກໍ່ສ້າງໂຮງງານເພື່ອຜະລິດວັກຊີນປ້ອງກັນໂຄວິດ-19 ສຳເລັດຮຽບຮ້ອຍແລ້ວ ເບື້ອງຕົ້ນຕັ້ງເປົ້າຜະລິດໃຫ້ໄດ້ປີລະປະມານ 300 ລ້ານໂດສ ສ່ວນຕົວແທນຂອງຊິໂນຟຣາມຢືນຢັນວ່າວັກຊີນທີ່ຜະລິດອອກມາມີລາຄາບໍ່ແພງ ໂດຍ 2 ໂດສບໍ່ເກີນ 1,000 ຢວນ.

ໂຄງການພັດທະນາວັກຊີນໂຄວິດ-19 ຂອງຊິໂນແວດ ໄບໂອເທດ ແລະ ຊິໂນຟຣາມ ເປັນໜຶ່ງໃນວັກຊີນປະມານ 10 ຂະໜາດທີ່ຫຼາຍປະເທດກຳລັງເລັ່ງພັດທະນາ ແລະ ຢູ່ລະຫວ່າງການທົດສອບທາງຄລີນິກຂັ້ນທີ 3 ເຊິ່ງໃນທາງທິດສະດີຄືຂັ້ນສຸດທ້າຍກ່ອນເຂົ້າສູ່ຂະບວນການຮັບຮອງທາງກົດໝາຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...