spot_img
Homeຂ່າວຕ່າງປະເທດຈີນປະສົບຄວາມສຳເລັດໃນການປ່ຽນທະເລຊາຍກາຍເປັນພື້ນທີ່ສີຂຽວ

ຈີນປະສົບຄວາມສຳເລັດໃນການປ່ຽນທະເລຊາຍກາຍເປັນພື້ນທີ່ສີຂຽວ

Published on

ສຳນັກບໍລິຫານປ່າໄມ້ ແລະ ທົ່ງຫຍ້າແຫ່ງຊາດຈີນລະບຸວ່າ ຈີນສາມາດຟື້ນຟູທີ່ກວມເອົາຫຼາຍກວ່າເຄິ່ງທະເລຊາຍຂອງປະເທດ ໃຫ້ເປັນພື້ນທີ່ສີຂຽວ.

ຈາກການລາຍງານຂອງສຳນັກຂ່າວ ຊິນຫົວ ລາຍງານວ່າ: ພື້ນທີ່ທະເລຊາຍປະມານ 18.8 ລ້ານເຮັກຕາ ຖືກປິດການເຂົ້າ ເພື່ອການຄຸ້ມຄອງ 1.77 ລ້ານເຮັກຕາ ຕະຫຼອດໃນທົດສະວັດທີ່ຜ່ານມາ.

ນັບຕັ້ງແຕ່ປີ 2012 ຈີນໄດ້ຕັ້ງອຸທະຍານທະເລຊາຍລະດັບຊາດ 128 ແຫ່ງ ແລະ ຕັ້ງເຂດສາທິດຄົບວົງຈອນລະດັບຊາດ 41 ແຫ່ງ ເພື່ອຄວບຄຸມການຂະຫຍາຍຕົວຂອງທະເລຊາຍ ໃນສິບປີທີ່ຜ່ານມາ.

ຈີນໃຊ້ປະໂຫຍດຈາກຊັບພະຍາກອນຄວາມຮ້ອນ ແລະ ພື້ນທີ່ທະເລຊາຍ ເພື່ອພັດທະນາອຸດສາຫະກຳທີ່ກ່ຽວຂ້ອງກັບກະສິກຳ, ການທ່ອງທ່ຽວ ແລະ ອື່ນໆ ເພື່ອສົ່ງເສີມລາຍໄດ້ຂອງປະຊາຊົນອີກດ້ວຍ.

 

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...