spot_img
Homeຂ່າວຕ່າງປະເທດຈີນຈຳຄຸກຕະຫລອດຊີວິດ ອະດີດຮອງປະທານສານສູງສຸດ ຂໍ້ຫາຮັບສິນບົນກວ່າ 16 ລ້ານໂດລາ

ຈີນຈຳຄຸກຕະຫລອດຊີວິດ ອະດີດຮອງປະທານສານສູງສຸດ ຂໍ້ຫາຮັບສິນບົນກວ່າ 16 ລ້ານໂດລາ

Published on

ສຳນັກຂ່າວເອເອບພີ ລາຍງານໃນວັນທີ 16 ກຸມພາຜ່ານມານີ້ວ່າ ທ່ານ ຊີ ສ່ຽວໝິງ ອາຍຸ 62 ປີ ອະດີດຮອງປະທານ ສານປະຊາຊົນສູງສຸດຂອງຈີນ ໄດ້ຖືກພິພາກສາຕັດອິດສະຫລະພາບຕະຫລອດຊີວິດ ໃນຂໍ້ຫາຮັບເງິນສິນບົນ ມູນຄ່າຫລາຍກວ່າ 16 ລ້ານໂດລາສະຫະລັດຯ ຊຶ່ງນັບເປັນເຈົ້າໜ້າທີ່ລະດັບສູງສຸດຂອງຝ່າຍຕຸລາການທີ່ໄດ້ຮັບໂທດ ນັບຕັ້ງແຕ່ການດຳເນີນນະໂຍບາ່ຍ ປາບປາມການສໍ້ລາດບັງຫລວງຂອງລັດຖະບານຈີນ.

ຄຳຖະແຫລງຢ່າງເປັນທາງການຂອງສານ ໄດ້ລະບຸວ່າ ທ່ານ ຊີ ສ່ຽວໝິງ ມີຄວາມຜິດໃນຂໍ້ຫາຮັບເງິນສິນບົນ ເພື່ອແລກປ່ຽນກັບ ການຊ່ວຍເຫລືອບຸກຄົນ ແລະ ອົງກອນ ໃນລະຫວ່າງການຖືກຮ້ອງຟ້ອງດຳເນີນຄະດີ ແລະ ໃຫ້ຄວາມຮ່ວມມືກັບບຸກຄົນ ແລະ ບໍລິສັດເຫລົ່ານີ້ ໃນການແຂ່ງຂັນດ້ານທະລຸກິດໃນຕະຫລາດໂດຍບໍ່ເປັນທຳ.

ແຫລ່ງຂ່າວໄດ້ລະບຸວ່າ ທ່ານ ຊີ ສ່ຽວໝິງ ເຂົ້າຮັບຕຳແໜ່ງເປັນຜູ້ພິພາກສາ ສານປະຊາຊົນສູງສຸດຂອງຈີນ ເມື່ອປີ 1982 ແລະ ໄດ້ກະທຳຄວາມຜິດຢ່າງຕໍ່ເນື່ອງເປັນເວລາກວ່າ 20 ປີ ເລີ່ມຕັ້ງແຕ່ປີ 1996 ເປັນຕົ້ນມາ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...