spot_img
Homeຂ່າວຕ່າງປະເທດຈີນຈັບ 9 ຄົນ ທີ່ເປັນສາເຫດຂອງຕຶກອາຄານຖະລົ່ມ ແລະ ຍັງຄົ້ນຫາຜູ້ລອດຊີວິດ

ຈີນຈັບ 9 ຄົນ ທີ່ເປັນສາເຫດຂອງຕຶກອາຄານຖະລົ່ມ ແລະ ຍັງຄົ້ນຫາຜູ້ລອດຊີວິດ

Published on

ຕຳຫຼວດຈີນຈັບຜູ້ກະທຳຜິດ 9 ຄົນທີ່ຄິດວ່າເປັນສາເຫດການຖະລົ່ມຂອງຕຶກອາຄານ 6 ຊັ້ນທີ່ເມືອງສັງຊາ ເມື່ອວັນສຸກທີ່ຜ່ານມາ ຂະນະທີ່ໜ່ວຍກູ້ໄພຍັງຄົ້ນຫາຜູ້ລອດຊີວິດທີ່ຕິດຢູ່ໃນເສດຕຶກອາຄານ.

ໃນວັນອາທິດທີ 1 , ຕຳຫຼວດຈີນໄດ້ເລັ່ງດຳເນີນການຈັບຜູ້ທີ່ເປັນສາເຫດການຖະລົ່ມຂອງຕຶກອາຄານ ທີ່ເມືອງສັງຊາ ໃນມົນທົນຫູໜານ ເຊິ່ງພັງຖະລົ່ມໃນວັນສຸກທີ່ຜ່ານມານີ້ ລວມເຖິງອີກ 3 ຄົນທີ່ຮັບຜິດຊອບໃນເລື່ອງການກໍ່ສ້າງອາຄານ, ນອກນັ້ນຍັງມີຜູ້ຖືກຈັບອີກ 5 ຄົນໃນສະຖານກະທຳຜິດກ່ຽວກັບການຂຽນບົດລາຍງານຂໍ້ເທັດຈິງເລື່ອງຄວາມປອດໄພຂອງຕຶກອາຄານນີ້.

ຕອນນີ້ຍັງບໍ່ມີການເປີດເຜີຍສາເຫດທີ່ເຮັດໃຫ້ຕຶກອາຄານຖະລົ່ມ ໂດຍວັນເສົານີ້ ປະທານາທິບໍດີ ສີ ຈິ້ນຜິງ ອອກຄຳສັ່ງສືບສວນສາເຫດ ແລະ ຫາຊັບພະຍາກອນທີ່ຈະມາຊ່ວຍຄົ້ນຫາຜູ້ລອດຊີວິດ, ເຊິ່ງຕອນນີ້ໄດ້ຮັບການຊ່ວຍເຫຼືອອອກມາໄດ້ 7 ຄົນແລ້ວ ແຕ່ຍັງເຊື່ອວ່າຍັງມີຄົນຕິດຢູ່ພາຍໃນເສດຕຶກອາຄານອີກ 16 ຄົນ.

ເຖິງຢ່າງໃດກໍ່ຕາມ ການປະຕິບັດການຊ່ວຍເຫຼືອໄດ້ຮັບຜົນກະທົບຈາກພື້ນທີ່ທີ່ມີຈຳກັດ ເຮັດໃຫ້ສົ່ງເຄື່ອງຈັກໜັກເຂົ້າມາຂົນຍ້າຍເສດອາຄານໄດ້ຍາກ ລວມທັງມີຄວາມສ່ຽງທີ່ອາຄານໃກ້ຄຽງຈະໄດ້ຮັບຄວາມເສຍຫາຍຈາກເຫດການນີ້.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...