spot_img
Homeຂ່າວຕ່າງປະເທດຈີນຈະບໍ່ຜ່ອນມາດຕະການຄວບຄຸມໂຄວິດ-19

ຈີນຈະບໍ່ຜ່ອນມາດຕະການຄວບຄຸມໂຄວິດ-19

Published on

ວັນທີ 20 ກໍລະກົດ 2022 ອ້າລງອີງຈາກ ສຳນັກຂ່າວຊິນຫົວ ໄດ້ລາຍງານວ່າ: ຊຸນຊຸນຫຼານ ຮອງນາຍົກລັດຖະມົນຕີປະເທດຈີນ ໃຫ້ຮູ້ວ່າ ເກນການຮັບມືພະຍາດຕິດຕໍ່ເຊື້ອໄວຣັສໂຄວິດ-19 ສາຍພັນໃໝ່ ລ່າສຸດຂອງຈີນ ຕ້ງອາໄສການດຳເນີນມາດຕະການປ້ອງກັນ ແລະ ຄວບຄຸມ ແລະ ການແກ້ໄຂ ແທນທີ່ຈະຜ່ອນຜັນມາດຕະການ.

ໃນວັນຈັນ-ວັນອັງຄານ ທີ 18-19 ກໍລະກົດ ທ່ານ ຊຸນ ໄດ້ລົງກວດ ແລະ ຢ້ຽມຢາມ ເພື່ອກວດສອບມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງ ມົນທົນເຫີເປີ່ຍ.

ພ້ອມຍັງດຳເນີນຕາມນະໂຍບາຍໂຄວິດເປັນສູນ ຂອງປະເທດຈີນ ລວມທັງການຈັດການກັບການແຜ່ລະບາດໃນເວລາສັ້ນ ເພື່ອຮອງຮັບວ່າພະຍາດລະບາດນີ້ ຢູ່ພາຍໃຕ້ການຄວບຄຸມເສດຖະກິດມີສະເຖຍລະພາບ ແລະ ການພັດທະນາມີຄວາມປອດໄພ.

ນອກຈາກນັ້ນທ່ານ ຊຸນ ຍັງໄດ້ຍ້ອງຍໍ ເຫີເປີ່ຍ ທີ່ຮັກສາລະດັບການຕິດເຊື້ອໃນຊຸມຊົນເປັນສູນໄດ້ດົນ ພ້ອມຮຽກຮ້ອງໜ່ວຍງານທ້ອງຖິ່ນລະມັດລະວັງ ແລະ ສະກັດກັ້ນການແຜ່ລະບາດໃນລະດັບຊຸມຊົນຢ່າງທັນທີ ແລະ ເດັດຂາດ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...