spot_img
Homeຂ່າວພາຍ​ໃນຈີນກາຍເປັັນປະເທດອັນດັບ 1 ຂອງໂລກສຳລັບການລົງທຶນໃໝ່ຊາວຕ່າງຊາດແຊງໜ້າອາເມລິກາ

ຈີນກາຍເປັັນປະເທດອັນດັບ 1 ຂອງໂລກສຳລັບການລົງທຶນໃໝ່ຊາວຕ່າງຊາດແຊງໜ້າອາເມລິກາ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ປະເທດຈີນໄດ້ກາຍເປັນຈຸດໝາຍປາຍທາງອັນດັບ 1 ຂອງໂລກ ສຳລັບການລົງທຶນໃໝ່ຂອງນັກລົງທຶນຕ່າງຊາດ ແຊງໜ້າອາເມລິກາ.

ກອງປະຊຸມອົງການສະຫະປະຊາຊາດເພື່ອການຄ້າແລະການພັດທະນາ (UNCTAD) ກ່າວໃນວັນທີ 24 ມັງກອນນີ້ວ່າ, ຈີນໄດ້ກາຍເປັນຈຸດໝາຍປາຍທາງອັນດັບ 1 ຂອງໂລກ ສຳລັບການລົງທືນຂອງນັກລົງທຶນຕ່າງປະເທດ (FDI) ແຊງໜ້າອາເມລິກາ.

ໃນຂະນະທີ່ອາເມລິກາເຄີຍຄອງຕຳແໜ່ງແຊັ້ມມີການລົງທຶນ FDI ກຸ່ມໃໝ່ຫຼດລົງເຄິ່ງໜຶ່ງເມື່ອທຽບກັບປີທີ່ຜ່ານມາ ໃນທາງກັັບກັນການລົງທຶນໃນປະເທດຈີນເພີ່ມຂຶ້ນ 4% ສະແດງໃຫ້ເຫັນເຖິງອິດທິພົນຂອງຈີນທີ່ເພີ່ມຂຶ້ນໃນເວທີເສດຖະກິດໂລກ.

ຕາມການໃຫ້ຂໍ້ມູນຂອງສູນວິໄຈເສດຖະສາດ ແລະ ທຸລະກິດ (CEBR) ໃນອັງກິດມີການຄາດການວ່າ ຈີນອາດແຊງໜ້າອາເມລິກາໄດ້ພາຍໃນປີ 2028.

ໃນຂະນະທີ່ເສດຖະກິດຂອງອາເມລິກາກຳລັງວິກິດດ້ວຍສະຖານະການແຜ່ລະບາດຂອງໂຄວິດ-19 ແຕ່ເສດຖະກິດຂອງຈີນກັບຟື້ນຕົວຢ່າງໄວວາ. ໂດຍຈີນມີເງິນໄຫຼເຂົ້າປະເທດເຖິງ 163,000 ລ້ານໂດລາ ຂະນະທີ່ອາເມລິກາມີພຽງ 134,000 ລ້ານໂດລາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...