spot_img
Homeຂ່າວຕ່າງປະເທດຈຳນວນຜູ້ຕິດເຊື້ອ ໄວຣັສຊິກາ ຢູ່ສິງກະໂປ ຍັງສືບຕໍ່ເພີ່ມຂຶ້ນ!

ຈຳນວນຜູ້ຕິດເຊື້ອ ໄວຣັສຊິກາ ຢູ່ສິງກະໂປ ຍັງສືບຕໍ່ເພີ່ມຂຶ້ນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ກັນຍານີ້ວ່າ ໃນມື້ວານນີ້ (04 ກັນຍາ) ທາງການສິງກະໂປ ໄດ້ກວດພົບຕື່ມອີກ 27 ກໍລະນີ ຜູ້ຕິດເຊື້ອພະຍາດໄວຣັສຊິກາລາຍໃໝ່ ເຮັດຈຳນວນຄົນຕິດເຊື້ອພະຍາດອັນຕະລາຍນີ້ ເພີ່ມຂຶ້ນເຖິງ 242 ຄົນ ພາຍຫລັງ ເຊື້ອພະຍາດໄວຣັສຊິກາ ໄດ້ຖືກພົບເຫັນຢູ່ປະເທດນີ້ ເປັນເວລາໜຶ່ງອາທິດ ຊຶ່ງລັດຖະມົນຕີກະຊວງຊັບພະຍາກອນນ້ຳ, ສິ່ງແວດລ້ອມ ແລະ ສາທາລະນະສຸກ ໄດ້ໃຫ້ຮູ້ວ່າ ທາງກະຊວງ ກຳລັງດຳເນີນຄວາມເປັນໄປໄດ້ ເພື່ອໃຫ້ຜູ້ທີ່ຖືກສົງໄສວ່າ ຕິດເຊື້ອພະຍາດຊິກາ ກັບຄືນໄປປິ່ນປົ່ວພະຍາດຢູ່ເຮືອນກ່ອນ ໃນໄລຍະເວລາວິເຄາະ ໂດຍພິຈາລະນາເຖິງຄວາມເປັນໄປ ເປັນແຕ່ລະກໍລະນີ ເພື່ອສົ່ງຄົນເຈັບກັບເມືອເຮືອນ ໃນການຟື້ນຟູສຸຂະພາບ ແລະ ເຕືອນໃຫ້ເຂົາເຈົ້າ ຕ້ອງລະມັດລະວັງຫ້າມບໍ່ໃຫ້ຍຸງກັດ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...