spot_img
Homeຂ່າວຕ່າງປະເທດຈຳຄຸກຕະຫລອດຊີວິດ!ນັກການເມືອງຈີນ ຮັບສິນບົນກວ່າ 229.500.000.000ກີບ 

ຈຳຄຸກຕະຫລອດຊີວິດ!ນັກການເມືອງຈີນ ຮັບສິນບົນກວ່າ 229.500.000.000ກີບ 

Published on

ສຳນັກຂ່າວ AP ແລະ AFP ລາຍງານຈາກນະຄອນຫລວງປັກກີ່ງ, ປະເທດຈີນ ເມື່ອວັນທີ 8 ພຶດສະພາ ວ່າຄຳພິພາກສາຂອງສານປະຊາຊົນຫມາຍເລກ 1 ໃນເມືອງທຽນຈິນ ຮັດກຸມຕາມປະຕິບັດການ ການກວດລ້າງການທຸຈະລິດນໍແນວທາງນະໂຍບາຍຂອງປະທານາທິບໍດີ ສີ ຈີ້ນ ຜີງ, ຜູ້ນຳແຫ່ງ ສປ.ຈີນ ທີ່ມີເປົ້າຫມາຍເອົາຜິດຜູ້ກະທຳຜິດທຸກພາກສ່ວນ ແລະ ທຸກລະດັບ ບໍ່ວ່າ ເສືອລະດັບສູງ ຫລື ແມງໄມ້ລະດັບລຸ່ມ.

ເຈີ້ງໄສ ອາຍຸ 54ປີ ຖືກປົດອອກຈາກຕຳແຫນ່ງຜູ້ນຳນະຄອນຊົງສີງຢ່າງກະທັນຫັນອັນເນື່ອງມາຈາກການສໍ້ລາດບັງຫລວງ ທຸຈະລິດ ຮັບສິນບົນກວ່າ 229.500.000.000 ກີບ, ສານປະຊາຊົນມີຄຳຕັດສິນໃຫ້ຈຳຄຸກຕະຫລອດຊີວິດ ໂດຍບໍ່ມີການຢື່ນປະກັນຕົວ ແລະ ລັດຖະບານຈີນໄດ້ແຕ່ງຕັ້ງ ທ້າວ ເຊີນ ມິນເອີ ຄົນສະຫນິດຂອງປະທານ ສີ ຈີ້ນ ຜີງ ດຳລົງຕຳແຫນ່ງແທນໃນປະຈຸບັນ.

ຫລັງຮັບຄຳພິພາກສາ ເຈີ້ງໄສ ຍອມຮັບວ່າ ເຂົາຍອມຮັບຜິດ ແລະ ສຳນຶກຜິດໃນສີ່ງທີ່ເຮັດລົງໄປ ແລະ ຂໍຮັບໂທດໂດຍຈະບໍ່ຢື່ນອຸທອນຕັດສິນ.

 

ແຫລ່ງຂ່າວຕ່າງປະເທດ: TDN

ຮູບພາບອ້າງອີງຈາກ: AP

ວິດີໂອອ້າງອີງຈາກ: TRT World Now

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...