spot_img
Homeຂ່າວຕ່າງປະເທດຈາກດາວຕະຫຼົກກ້າວສູ່ຜູ້ນຳຄົນໃໝ່ຂອງຢູເຄຣນ

ຈາກດາວຕະຫຼົກກ້າວສູ່ຜູ້ນຳຄົນໃໝ່ຂອງຢູເຄຣນ

Published on

ໂວໂລດີມີ ເຊເລນສະກີ ນັກການເມືອງ ທັງເປັນນັກສະແດງຕະຫຼົກຊື່ດັງໄດ້ເຂົ້າພິທີສາບານຕົນຮັບຕຳແໜ່ງປະທານາທິບໍດີຢູເຄຣນຄົນໃໝ່ເມື່ອວັນທີ 20 ພຶດສະພາຜ່ານມາ ທັງນີ້ ເຊເລນສະກີ ໄດ້ຍົກເອົາບັນຫາເລັ່ງດ່ວນກໍຄື ການຍຸຕິຄວາມຂັດແຍ່ງກັບກຸ່ມຕິດອາວຸດຢູ່ທາງພາກຕາເວັນອອກຂອງປະເທດ.

ໂດຍວຽກທຳອິດຂອງ ເຊເລນສະກີ ກໍຄື ບັນລຸຂໍ້ຢຸດຍິງໃນດອນບາສ (ພູມີພາກທາງຕາເວັນອອກຂອງປະເທດຊຶ່ງມີຄວາມຂັດແຍ່ງມາຍາວນານ) ໂດຍປະທານາທິບໍດີຄົນໃໝ່ໄດ້ໃຫ້ຄຳສັນຍາວ່າ ເລື່ອງທຳອິດທີ່ຈະປະຕິບັດກໍຄື ຈະກວດລ້າງບັນຫາສໍ້ລາດບັງຫຼວງ.

ໂວໂລດີມີ ເຊເລນສະກີ ຕ້ອງຈັດການກັບບັນຫາຮ້າຍແຮງອີກຫຼາຍຢ່າງທີ່ປະເທດກຳລັງຜະເຊີນຢູ່ໃນຂະນະນີ້ ໂດຍສະເພາະບັນຫາການສໍ້ລາດບັງຫຼວງ ປະເດັນການຫາສຽງ ແລະ ການຈັດຊື້ຂອງກອງທັບໃຫ້ມີຄວາມໂປ່ງໃສທີ່ສຸດ ແຕ່ສິ່ງທີ່ທ້າຍທາຍທີ່ສຸດສຳລັບ ເຊເລນສະກີ ກໍຄືເລື່ອງຄວາມຂັດແຍ່ງກັບກຸ່ມຕິດອາວຸດ ຊຶ່ງການຕໍ່ສູ້ໃນພູມີພາກດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 13.000 ຄົນ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ:AFP

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...