spot_img
Homeຂ່າວທ້ອງຖິ່ນຈັບໂຕຄົນຮ້າຍຄະດີລັກນັອດ ແລະ​ ອຸປະກອນກ່ຽວກັບລາງລົດໄຟລາວຈີນໄດ້​ 4​ ຄົນ

ຈັບໂຕຄົນຮ້າຍຄະດີລັກນັອດ ແລະ​ ອຸປະກອນກ່ຽວກັບລາງລົດໄຟລາວຈີນໄດ້​ 4​ ຄົນ

Published on

ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ ໃນກອງປະຊຸມສະຫຼຸບວຽກງານປ້ອງກັນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະ 6 ເດືອນທ້າຍປີ 2020 ແລະ ວາງທິດທາງ 6 ເດືອນ ຕົ້ນ ປີ 2021 ທີ່ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ພະຈິກ 2020 ຢູ່ ຫ້ອງປະຊຸມກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ໄລຍະ 6 ເດືອນຜ່ານມາ ກໍາລັງປ້ອງກັນ ແລະ ພາກສ່ວນກ່ຽວຂ້ອງໃນການຮັກສາຄວາມສະຫງົບ ສາມາດກັກຕົວຜູ້ຖືກຫາໄດ້ 4 ຄົນ.

ພັທ ສົມພຽງ ສຸກປະເສີດ ຫົວໜ້າຫ້ອງການ ກອງບັນຊາການ ປກສ ນວ ໄດ້ຂຶ້ນຜ່ານບົດສະຫຼຸບວຽກ ງານປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄລຍະ 6 ເດືອນທ້າຍປີ 2020 ແລະ ວາງທິດທາງແຜນການ 6 ເດືອນຕົ້ນປີ 2021 ວັນທີ 27 ພະຈິກ 2020​ ໃຫ້ຮູ້ວ່າ: ໄລຍະ 6 ເດືອນຜ່ານມາ ກໍາລັງປ້ອງກັນ ແລະ ພາກສ່ວນກ່ຽວຂ້ອງໃນການຮັກສາຄວາມສະຫງົບ ສາມາດກັກຕົວຜູ້ຖືກຫາໄດ້ 4 ຄົນ, ໃນນີ້, ມີຄ້າຂາຍຢາເສບຕິດ 1 ຄົນ, ລັກຊັບ 03 ຄົນ, ກວດພົບຂອງກາງຢາບ້າ 119 ເມັດ, ເຫຼັກສໍາເລັດຮູບ 4 ທ່ອນນໍ້າໜັກ 32 ກິໂລ, ເຫຼັກຈັບລາງລົດໄຟ 4 ອັນ; ລົງກວດກາຮ້ານຮັບຊື້ເຫຼັກເສດ1 ຮ້ານ ຢູ່ບ້ານໜອງພະຍາພົບເຫັນເຫຼັກທີ່ຄົນລັກມາຂາຍມີຄື: ເຫຼັກແຜ່ນຈໍານວນ 30 ແຜ່ນ, ເຫຼັກກຽວໃຫຍ່ 7 ໂຕ, ເຫຼັກກຽວກາງ 262 ໂຕ, ເຫຼັກກຽວນ້ອຍ 14 ໂຕ.

ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນວ ໄດ້ເນັ້ນໃຫ້ກໍາລັງ ປກສ ທີ່ເຮັດວຽກງານປ້ອງກັນດັ່ງກ່າວ ໂດຍສະເພາະບັນດາ ປກສ ເມືອງ, ປກສ ກຸ່ມ ທີ່ຖືກແຕ່ງຕັ້ງຮັບຜິດຊອບປ້ອງກັນໂຄງການດັ່ງກ່າວ ຕ້ອງໄດ້ເອົາໃຈໃສ່ ແລະ ເຂັ້ມງວດໃນການປ້ອງກັນໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອຮັກສາຊີວິດ, ຊັບສິນ ແລະ ອຸປະກອນໃນການກໍ່ສ້າງ ບໍ່ໃຫ້ຄົນບໍ່ດີມາລັກເອົາໄດ້ ເປັນຕົ້ນແມ່ນ ເຫຼັກທີ່ນໍາໃຊ້ເຂົ້າໃນການກໍ່ສ້າງ, ໃນນີ້, ຕ້ອງປະສານສົມທົບກັບບັນດາບ້ານ ໃຫ້ມີສ່ວນຮ່ວມເປັນເຈົ້າການໃນການປ້ອງກັນ ແລະ ລົງເຮັດບົດບັນທຶກກັບບັນດາຮ້ານຮັບຊື້ເຫຼັກເສດ, ຫ້າມຮັບຊື້ອຸປະກອນກໍ່ສ້າງເສັ້ນທາງລົດໄຟ; ພ້ອມນີ້ ໃຫ້ສ່ອງແສງລາຍງານສະພາບການໃຫ້ເປັນປົກກະຕິ ເພື່ອເກັບກໍາສະພາບການຕ່າງໆ ຖ້າຫາກພົບເຫັນກໍລະນີລັກອຸປະກອນໃນການກໍ່ສ້າງເສັ້ນທາງລົດໄຟທຸກປະເພດ ຕ້ອງດໍາເນີນຄະດີຕໍ່ຜູ້ກະທໍາຜິດຢ່າງເດັດຂາດ ເພື່ອຮັບປະກັນບໍ່ໃຫ້ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຖືກລັກ ແລະ ຍັກຢອກເອົາຊັບໄປໄດ້ ທັງຮັບປະກັນໃຫ້ກໍາມະກອນ ແລະ ວິຊາການມີຄວາມປອດໄພຫຼາຍຂຶ້ນກວ່າເກົ່າ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...