spot_img
Homeຂ່າວພາຍ​ໃນຈັບຜູ້​ຂັບຂີ່​ຕຳ​ຄົນ​ເສຍ​ຊີວິດ​ແລ້ວ​ຫລົບໜີມາ​ດຳ​ເນີນ​ຄະດີ

ຈັບຜູ້​ຂັບຂີ່​ຕຳ​ຄົນ​ເສຍ​ຊີວິດ​ແລ້ວ​ຫລົບໜີມາ​ດຳ​ເນີນ​ຄະດີ

Published on

accident

 

​ເຈົ້າ​ໜ້າ​ທີ່​ຈະລາຈອນ​ແຂວງ​ຈຳປາ​ສັກ​ ໄດ້​ຈັບ​ຕົວ​ທ້າວໄຊ ອາຍຸ 35 ປີ​ຢູ່​ບ້ານ​ນາ​ຂາມ​ ເມືອງ​ຊະນະ​ສົມບູນ ​ແຂວງ​ຈຳປາ​ສັກ

ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ, ພາຍຫລັງ​ຜູ້ກ່ຽວ​ໄດ້​ຂັບ​ລົດ​ກະບະ​ວີ​ໂກ້ສີຂາວຕຳ​ລົດຈັກ​ຢູ່ເສັ້ນທາງ​ເຂດ​ ບ້ານ​ດົງ​

ລານ​ຄຳ ​ເມືອງ​ຊະນະ​ສົມບູນ​ຢ່າງ​ຮຸນ​ແຮງ ​ເຮັດ​ໃຫ້​ຜູ້​ຂັບ​ລົດຈັກ​ຊື່​ທ້າວ ​ໂຈ ອາຍຸ 18 ປີຢູ່​ບ້ານ​ໂຢງ​ກາງ ​ເມືອງ​ຊະນະ​ສົມບູນ​

ຟົ້ງ​ໄປຫາງຈາກ​ຈຸດ​ເກີດ​ເຫດຈົນເສຍ​ຊີວິດ​, ສ່ວນ​ລົດຈັກ​ແມ່ນ​ເກີດ​​ໄຟ​ລຸກ​ໃໝ້ໝົດ​ຄັນ, ​ຫລັງ​ຈາກເກີດ​ເຫດທ້າວ ​ໄຊ ​ໄດ້​

ລົງ​ຈາກ​ລົດມາ​ເບິ່ງ​ແຕ່ບໍ່​​ໃຫ້ການ​ຊ່ວຍ​ເຫລືອ​ໃດໆ ​ແລະ ຂຶ້ນລົດ​ຂັບ​ໜີ​ໄປ.

 

ແຕ່​ມີ​ພົນລະ​ເມືອງ​ດີ​ສາມາດຖ່າຍຮູບ​ຜູ້ກ່ຽວ​ເອົາໄວ້​ໄດ້ຈຶ່ງ​ເປັນ​ຫລັກ​ຖານ ​ສຳຄັນ​ໃຫ້​ແກ່​ເຈົ້າໜ້າ​ທີ່​ໃນ​ການ​ຕິດຕາມ ແລະ

​ມື້ຕໍ່​ມາ​ກໍສາມາດຈັບຕົວ​ຜູ້ຂັບ​ລົດ​ໃຫຍ່​ຄັນ​ດັ່ງກ່າວມາ​ດຳ​ເນີນ​ຄະດີ​ໄດ້.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...