spot_img
Homeຂ່າວທ້ອງຖິ່ນຈັບຕົວຜູ້ທຳຮ້າຍຮ່າງກາຍຊາຍສູງອາຍຸເສຍຊີວິດທີ່ປະຕູໄຊໄດ້ແລ້ວ

ຈັບຕົວຜູ້ທຳຮ້າຍຮ່າງກາຍຊາຍສູງອາຍຸເສຍຊີວິດທີ່ປະຕູໄຊໄດ້ແລ້ວ

Published on

ໃນວັນທີ 1 ເມສາ 2020ນີ້ ເຈົ້າໜ້າທີ່ຕຳຫຼວດຈັບຜູ້ກໍ່ເຫດທຳຮ້າຍຮ່າງກາຍຊາຍສູງອາຍຸເສຍຊີວິດທີ່ສວນປະຕູໄຊໄດ້ຮຽບຮ້ອຍ ເຊິ່ງຜູ້ກໍ່ເຫດຊື່ ທ້າວ ໄຊ ວຽງໄຊ ຫຼື ເງິນ 45 ປີ ຢູ່ບ້ານບໍ່ໂອ ເມືອງຫາດຊາຍຟອງ ນວ ເຄີຍໄປຢູ່ໄທ ຈັງຫວັດພິຈິດ ແລະ ເຄີຍຕີມວຍໄທ ປະມານ30 ກວ່າຄັ້ງ ພໍ່ເປັນຄົນລາວ ແມ່ເປັນຄົນໄທ (ເສຍຊີວິດໝົດແລ້ວ) ຜູ້ກ່ຽວຍອມຮັບສາລະພາບວ່າ ໄດ້ເຕະກ້ານຄໍ ທ ສີສະໝຸດ ທີ່ເສຍຊີວິດຢູ່ປະຕູໄຊແທ້. ສ່ວນຄຳໃຫ້ການຕ່າງໆ ແລະ ສາເຫດຈູງໃຈໃນການກໍ່ເຫດຈະລາຍງານໃຫ້ທ່ານຊາບ ຫຼັງຈາກເຈ້າໜ້າທີ່ສືບສວນຄາດຕະກອນສຳເລັດແລ້ວ.

ທ່ານຫົວໜ້າຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ອີກວ່າ: ໃນວັນທີ 30 ມີນາ 2020 ເວລາ 6:00 ໂມງ ເຈົ້າໜ້າທີ່ຕໍາຫຼວດພະແນກສືບສວນ-ສອບສວນ ໄດ້ຮັບແຈ້ງຄວາມວ່າ: ມີຄົນເສຍຊີວິດຢູ່ສວນປະຕູໄຊ ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງກວດກາຊັນນະສູດສະຖານທີ່ເກີດເຫດ, ຈຶ່ງຮູ້ໄດ້ວ່າຜູ້ເສຍຊີວິດຊື່ ທ້າວ ສີສະໝຸດ ອາຍຸ 55 ປີ ສັນຊາດລາວ ເກີດຢູ່ບ້ານ ຫີນຊີ່ວ ເມືອງ ຄົງເຊໂດນ ແຂວງສາລະວັນ ຜູ້ກ່ຽວໄດ້ມາພັກເຊົາຢູ່ນຳເອື້ອຍ ຢູ່ບ້ານ ໂພນທັນເໜືອ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ. ຈາກນັ້ນ, ຈຶ່ງໄດ້ນຳສົ່ງສົບຂອງຜູ້ເສຍຊີວິດ ໄປໄວ້ໂຮງໝໍມະໂຫສົດ.

ຜ່ານການກວດກາຊັນນະສູດຂອງທີມແພດ ພົບເຫັນວ່າ: ຫົວເບື້ອງຊ້າຍຂອງຜູ້ກ່ຽວໄຄ່ບວມຂະໜາດ 2,5×4 cm ແລະ ມີຮ່ອງຮອຍໜັງເລີ້ນຢູ່ບ່າໄລ່ເບື້ອງຊ້າຍ ຂະໜາດ 1×1,5 cm. ພາຍຫຼັງກວດກາຊັນນະສູດແລ້ວ ເຈົ້າໜ້າທີ່ໄດ້ສັນນິຖານວ່າ: ຜູ້ກ່ຽວເສຍຊີວິດຍ້ອນຖືກທຳຮ້າຍຮ່າງກາຍ ຫຼື ເກີດອຸບັດຕິເຫດ ລົ້ມຫົວນ໋ອກພື້ນ. ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະ ລົງກວດກາເກັບກຳຂໍ້ມູນຢູ່ບໍລິເວນເກີດເຫດ, ຈຶ່ງໄດ້ຂໍ້ມູນຈາກກ້ອງວົງຈອນປິດຄື ໃນເວລາ 00:42 ນາທີ ແມ່ນເຫັນພາບຜູ້ກ່ຽວຖືກທຳຮ້າຍຮ່າງກາຍ ມີຄົນຮ້າຍເຕະເຂົ້າບໍລິເວນກ້ານຄໍ ເຮັດໃຫ້ຜູ້ກ່ຽວລົ້ມລົງຫົວກະທົບລົງໃສ່ພື້ນ ທີ່ປູດ້ວຍບ໋ອກ 6 ລ່ຽມ; ເຊິ່ງໃນຂະນະທີ່ເກີດເຫດ ໄດ້ມີຄົນເຫັນເຫດການ ແລະ ໄດ້ໂຊມເອົາຜູ້ກ່ຽວຂຶ້ນມານັ່ງໄວ້ເທິ່ງຕັ່ງຫີນ ແລ້ວເຫັນວ່າຜູ້ກ່ຽວໄດ້ສະຕິ. ຈາກນັ້ນ, ຜູ້ທີ່ໃຫ້ຄວາມຊ່ວຍເຫຼືອ ກໍ່ໄດ້ອອກຈາກບໍລິເວນເກີດເຫດໄປ. ດັ່ງນັ້ນ, ຈຶ່ງຂໍຢັ້ງຢືນວ່າ: ເຫດການເສຍຊີວິດຄັ້ງນີ້ ແມ່ນຍ້ອນຜູ້ກ່ຽວຖືກທຳຮ້າຍຮ່າງກາຍຈົນເສຍຊີວິດ ບໍ່ແມ່ນຍ້ອນພະຍາດໂຄວິດ-19 ດັ່ງທີ່ສື່ອອນລາຍບາງສື່ເວົ້າແຕ່ປະການໃດ, ປັດຈຸບັນສົບຂອງຜູ້ກ່ຽວ ແມ່ນໄດ້ມອບໃຫ້ຍາດພີ່ນ້ອງ ໄປທຳພິທີຕາມສາສະໜາເປັນທີ່ຮຽບຮ້ອຍແລ້ວ.

 

ຮຽບຮຽງຂ່າວ:​ ພຸດສະດີ

ແຫຼ່ງຂໍ້ມູນ: ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ

 

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...