ຈັດ​ແຂ່ງຂັນ​ກ໊ອບມິດຕະພາບ ລາວ-ມາເລເຊຍ ຮັດແໜ້ນຄວາມສາມັກຄີສອງຝ່າຍ

ໃນວັນທີ່ 20 ພະຈິກຜ່ານມາ ທີ່ສະໜາມກ໋ອບລອງວຽນ ໄດ້ມີພິທີການແຂ່ງຂັນ ກ໊ອບມິດຕະພາບ ລະຫວ່າງ ລາວ-ມາເລເຊຍ ໂດຍມີທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ດາໂຕະ ຕັນໄຕເຮັງ ເອກອັກຄະລາຊະທູດ ມາເລເຊຍປະຈໍາລາວ, ມີບັນດາທູດ, ທູຕານຸທູດເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານ ດາໂຕະ ຕັນໄຕເຮັງ ໄດ້ກ່າວວ່າ:ແມ່ນມີຄວາມໝາຍຄວາມສໍາຄັນທີ່ສຸດ ເພື່ອການຊົມເຊີຍຜົນສໍາເລັດ ໃນການເປັນປະທານ ກອງປະຊຸມສຸດຍອດອາຊຽນ ແລະ ບັນດາກອງປະຊຸມປິ່ນອ້ອມຕ່າງໆ ທີ່ລາວເປັນເຈົ້າພາບ ທັງນີ້, ເພື່ອເປັນການສະເຫລີມສະຫລອງ ວັນສໍາຄັນຂອງຊາດລາວ ໂດຍສະເພາະວັນຊາດທີ 2 ທັນວາ ທີ່ໃກ້ຈະມາຮອດນີ້. ພ້ອມທັງຮັດແໜ້ນຄວາມສາມັກຄີທັງສອງຝ່າຍ ລາວ-ມາເລເຊຍ ໃຫ້ຈະເລີນງອກງາມຕະຫລອດໄປ.

 

ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!