spot_img
Homeຂ່າວພາຍ​ໃນຈັດກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບວຽກງານ 3 ສ້າງ

ຈັດກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບວຽກງານ 3 ສ້າງ

Published on

fri25apr6

ກອງປະຊຸມສຳມະນາວິ ທະຍາສາດກ່ຽວກັບການສ້າງ  ແຂວງເປັນຫົວຫນ່ວຍຍຸດທະ ສາດ, ສ້າງເມືອງເປັນຫົວ ຫນ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານໃຫຍ່ໃຫ້ກາຍ ເປັນບ້ານນ້ອຍໃນຊົນນະບົດ ຈັດຂຶ້ນໃນວັນທີ 24-25 ເມສາ 2014  ທີ່ຫ້ອງປະຊຸມສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ລາວ-ຍ່ີ່ປຸ່ນ) ໂດຍການເປັນປະທານຂອງ ທ່ານ ເຈືອງ ສົມບູນຂັນ, ເລຂາ ທິການສູນກາງພັກ, ຫົວຫນ້າ  ຄະນະໂຄສະນາອົບຮົມສູນ ກາງພັກ, ຜູ້ປະຈຳການຄະນະ  ຮັບຜິດຊອບຊີ້ນຳເຮັດທົດ ລອງ 3 ສ້າງຂັ້ນສູນກາງ ເຊິ່ງ ມີລັດຖະມົນຕີຊ່ວຍວ່າການ, ກອງເລຂາ 3 ສ້າງຂັ້ນກະຊວງ, ຮອງເຈົ້າແຂວງຜູ້ຊີ້ນຳວຽກ ງານ 3 ສ້າງຂັ້ນແຂວງ, ເຈົ້າ ເມືອງ 12 ເມືອງທີ່ເຮັດທົດ ລອງ 3 ສ້າງ ແລະ ສະມາຊິກ ສະພາວິທະຍາສາດລວມທັງ ຫມົດ 60 ກວ່າທ່ານເຂົ້າຮ່ວມ.
ການຈັດກອງປະຊຸມວິທະ ຍາສາດຄັ້ງນີ້ກໍ່ເພື່ອຜັນຂະ ຫຍາຍທິດນຳຍຸດສາດກ່ຽວ ກັບການສ້າງຄວາມຫມັ້ນຄົງ  ໃຫ້ແກ່ລັດປະຊາທິປະໄຕ ປະຊາຊົນດ້ວຍການສ້າງ ແຂວງເປັນຫົວຫນ່ວຍຍຸດທະ ສາດ, ສ້າງເມືອງເປັນຫົວ ຫນ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວຫນ່ວຍ ພັດທະນາເຂົ້າສູ່ຕົວຈິງ ເຊິ່ງ ຜ່ານມາກົມການເມືອງໄດ້ ອອກມະຕິ 03/ກມສພ ວ່າ ດ້ວຍ 3 ສ້າງ, ອອກຄຳສັ່ງ ແນະນຳເລກທີ 03/ກມສພ ວ່າດ້ວຍການສ້າງບ້ານພັດ ທະນາ ສ້າງບ້ານໃຫຍ່ໃຫ້ກາຍ ເປັນຕົວເມືອງນ້ອຍໃນຊົນນະ ບົດ ແລະ ມະຕິ 08/ກມສພ ວ່າດ້ວຍການປັບປຸງອົງການ ປົກຄອງບ້ານ ແລະ ການປະ ຕິບັດລະບອບອຸດຫນູນໃຫ້ ແກ່ພະນັກງານຂັ້ນບ້ານທີ່ບໍ່ມີ ເງິນເດືອນ. ຜ່ານການເຮັດ ທົດລອງ 3 ສ້າງໃນໄລຍະເວ ລາກວ່າຫນຶ່ງປີມານີ້ເຫັນວ່າ ໄດ້ມີການສຸມໃສ່ການສ້າງ ບ້ານພັດທະນາຢູ່ 109ບ້ານ ເຮັດທົດລອງ 3 ສ້າງຈາກ ການເຮັດທົດລອງບັນດາບ້ານ ດັ່ງກ່າວ,ສາມາດຕີລາຄາໄດ້ ໃນເບື້ອງຕົ້ນວ່າຖືກທິດ ແລະ ມີຜົນອັນຕັ້ງຫນ້າ, ເຖິງວ່າ ຍັງມີບາງບັນຫາ ແລະ ຄວາມ ຫຍຸ້ງຍາກໃນບາງດ້ານກໍ່ ຕາມ.
ໃນໂອກາດໄຂກອງປະຊຸມ ສຳມະນາມື້ທຳອິດທ່ານຫົວ ຫນ້າຄະນະໂຄສະນາອົບຮົມ ສູນກາງພັກກໍ່ໄດ້ມີຄຳເຫັນ ແນະນຳເຈາະຈີ້ມທັງສະເໜີ ວາລະດຳເນີນກອງປະຊຸມ, ສະເໜີບັນຫາອັນລວມອັນສະ ເພາະໃຫ້ຄະນະຜູ້ແທນເຂົ້າ ຮ່ວມໄດ້ອອກຄຳເຫັນ, ປະ ກອບສ່ວນຢ່າງກົງໄປກົງມາ ຢ່າງອິດສະຫລະ, ບໍ່ຈຳເປັນ ຕ້ອງໄປຕາມລະບົບຕ່ອງໂສ້, ຄິດເຫັນບັນຫາໃດກໍ່ໃຫ້ສະ ເໜີປະກອບຄຳເຫັນ ແລະ ທ່ານຫນຶ່ງສາມາດປະກອບ ຄຳເຫັນໄດ້ຫລາຍເທື່ອເນື່ອງ ຈາກວ່າເປັນກອງປະຊຸມວົງ ແຄບສິ່ງສຳຄັນແມ່ນຂໍໃຫ້ໄດ້ ເນື້ອໃນຄົບຖ້ວນເພື່ອຈະນຳ ເອົາເນື້ອໃນຈິດໃຈຈາກກອງ ປະຊຸມຄັ້ງນີ້ໄປຂຽນເປັນມະ ຕິຂອງກົມການເມືອງໃນຕໍ່ ຫນ້າ.

ທີ່ມາ ຫນັງສືພິມກອງທັບປະຊາຊົນລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...