spot_img
Homeຂ່າວພາຍ​ໃນຈັດກອງປະຊຸມວິທະຍາສາດ ກ່ຽວກັບ ສັນຍາແມ່ນໍ້າຂອງ ປີ 1995

ຈັດກອງປະຊຸມວິທະຍາສາດ ກ່ຽວກັບ ສັນຍາແມ່ນໍ້າຂອງ ປີ 1995

Published on

ເພື່ອເປັນການຍົກລະດັບໃຫ້ກັບ ພະນັກງານການນຳຫລັກແຫລ່ງໄດ້ຮັບຮູ້
ກ່ຽວກັບສັນຍາແມ່ນໍ້າຂອງປີ 1995 ຊຶ່ງແມ່ນການຮ່ວມມືຂອງບັນດາ
ປະເທດພາຄີແມ່ນ້ຳຂອງປະກອບດ້ວຍ ຣາຊະອານາຈັກກຳປູເຈັຍ,
ສປປ.ລາວ, ຣາຊະອານາຈັກໄທ ແລະ ສສ.ຫວຽດນາມ ບົນພື້ນຖານ
ຈິດໃຈການຮ່ວມມືກັນ ຊຶ່ງຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງເປັນທຳ
ແລະ ສົມເຫດສົມຜົນ, ບົນຫລັກການຄວາມສະເໝີພາບ, ເຄົາລົບ
ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນ
ພ້ອມນັ້ນ ກໍເພື່ອເປັນການຜັນຂະຫຍາຍສັນຍາຂອງແມ່ນໍ້າຂອງປີ 1995
ຈິ່ງໄດ້ມີການສ້າງລະບຽບການຂື້ນເພື່ອຈັດຕັ້ງປະຕິບັດບັນດາແຜນງານ
ຂອງຄະນະກຳມະທິການແມ່ນ້ຳຂອງສາກົນ, ສັນຍາດັ່ງກ່າວປະກອບ
ມີ 5 ລະບຽບການຄື (1) ລະບຽບວ່າດ້ວຍການແລກປ່ຽນຂໍ້ມູນຂ່າວສານ
(2) ລະບຽບວ່າດ້ວຍການແຈ້ງໃຫ້ຊາບ, ການປຶກສາຫາລືກັນກ່ອນ
ແລະ ການເຮັດຂໍ້ຕົກລົງ (3) ລະບຽບວ່າດ້ວຍການຕິດຕາມກວດກາ
ການນຳໃຊ້ (4) ລະບຽບວ່າດ້ວຍການຕິດຕາມກວດກາການນຳໃຊ້ນໍ້າ
(5) ລະບຽບວ່າດ້ວຍຄຸນນະພາບນໍ້າເພື່ອເປັນເຄື່ອງມືດ້ານນິຕິກຳ
ໃນການຄຸ້ມຄອງຊັບພະຍາກອນນໍ້າໃນອ່າງແມ່ນໍ້າຂອງ ໂດຍຢັ້ງຢືນ
ຄືນກ່ຽວກັບການຕັດສິນໃຈເພື່ອສືບຕໍ່ຮ່ວມມື ແລະ ສົ່ງເສີມດ້ວຍ
ວິທີສ້າງສັນແລະມີຜົນປະໂຫຍດຮ່ວມກັນໃນການພັດທະນາແບບຍືນຍົງ.
ກອງປະຊຸມວິທະຍາສາດດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍວັນທີ 22 ເມສານີ້
ຢູ່ທີ່ສູນເຝິກອົບຮົມ ແລະ ຮ່ວມມືສາກົນ ຫລັກ 5 ນະຄອນຫລວງວຽງຈັນ
ໂດຍການເຂົ້າຮ່ວມຂອງທ່ານນາງ ມອນມະນີ ຍ່ອຍບົວກອງ ຫົວໜ້າ
ກອງເລຂາຄະນະກຳມະການແມ່ນໍ້າຂອງແຫ່ງຊາດລາວ ມີຜູ້ຕາງໜ້າ
ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພະແນກການ
ຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວພາບ: ເທພະວົງສອນ

ທີ່ມາ http://vtetoday.la/

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...