spot_img
Homeຂ່າວເຫດການຈະໃຊ້ກ້ອນກຳລັງເດີນສວນສະໜາມ 14 ພັນກ່ວາຄົນ ເພື່ອສະຫລອງສອງວັນປະຫວັດສາດຂອງຊາດ ໃນປີໜ້ານີ້!

ຈະໃຊ້ກ້ອນກຳລັງເດີນສວນສະໜາມ 14 ພັນກ່ວາຄົນ ເພື່ອສະຫລອງສອງວັນປະຫວັດສາດຂອງຊາດ ໃນປີໜ້ານີ້!

Published on

ອະນຸກຳມະການສວນສະໜາມ ໄດ້ຈັດກອງປະຊຸມວຽກ​ງານ​ກະກຽມ​ການສວນສະໜາມ ເພື່ອສະ​ເຫລີ​ມສະຫລອງ

​ສອງ​ວັນ​ປະຫວັດສາດຂອງຊາດຄື: ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ຄົບຮອບ 60 ປີ​ ແລະ ວັນ​ສະຖາປະນາ

ສປປ ລາວ ຄົບຮອບ 40 ປີ ໃນວັນທີ 16 ກັນຍາ 2014 ນີ້ ທີ່​ຫ້ອງ​ວ່າການ​ລັດຖະບານ ໂດຍການ​ເປັນ​ປະທານຂອງ

ທ່ານ  ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ, ມີ​ບັນດາລັດຖະ​ມົນຕີວ່າການ, ​ຊ່ວຍ​ວ່າການ ​ແລະ

ພາກສ່ວນ​ທີ່​ກ່ຽວຂ້ອງ​​ຈາກ​ຂະ​ແໜງ​ຕ່າງໆ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ຄັ້ງ​ນີ້​​​ ​ໄດ້ຮັບຟັງການລາຍງານກ່ຽວ​ກັບ​ການ​ກະກຽມ​ໃຫ້​ແກ່​ວຽກ​ງານ​ ການສວນສະໜາມສະຫລອງ

ສອງວັນ​ປະຫວັດສາດ​ ດັ່ງກ່າວ​ໃນ​ໄລຍະ​ຜ່ານ​ມາ ຈາກ​ທ່ານ ດຣ.ສອນ​ໄຊ ສີ​ພັນ​ດອນ ລັດຖະມົນຕີ, ຫົວໜ້​າຫ້ອງ​

ວ່າການ​ລັດຖະບານ. ຈາກ​ນັ້ນ, ອະນຸກຳມະການສວນສະໜາມ ກໍໄດ້ສຸມໃສ່ຄົ້ນຄ້ວາ ແລະ ສ້າງແຜນການສວນ

ສະໜາມ ໂດຍໄດ້ກຳນົດຈຸດປະສົງ ລະດັບຄາດໝາຍ, ເນື້ອໃນ ແລະ ຮູບການສວນສະໜາມ ​ແບ່ງ​ອອກເປັນ 2

ຮູບການຄື: ເນື້ອໃນ ແລະ ຮູບການສວນສະໜາມຂອງ ກຳລັງ ປກຊ-ປກສ; ການເດີນຂະບວນຂອງມວນຊົນ,​

ໃນ​ນັ້ນໄດ້ກຳນົດຈຳນວນກ້ອນກຳລັງສວນສະໜາມຈຳນວນ 40 ກ້ອນ ແຕ່ລະກ້ອນມີ ຈຳນວນຄົນ 400 ຄົນ

ສຳຮອງ 20 ຄົນ (ຄາດຄະເນເບື້ອງຕົ້ນ ຈຳນວນພົນທັງໝົດ 14.250 ຄົນ), ສ້າງແຜນຈັດວາງກ້ອນກຳລັງ ໂດຍ

ເລີ່ມຕົ້ນຈາກກ້ອນທຸງໄຊ (ຂອງກຳລັງ ປກຊ) ລຽງຕາມລຳດັບ ຈົນຮອດກ້ອນທີ 40 ກ້ອນປິດທ້າຍ ແມ່ນ ກ້ອນ

ໂດດຈ້ອງ (ຂອງກອງທັບຈຳນວນ 50 ຄົນ). ​

 

ພ້ອມນີ້ ກອງ​ປະຊຸມ​ໄດ້​ຕົກລົງ​ເຫັນ​ດີ​ ຕາມ​ການສ​ະ​ເໜີ​ປ່ຽນ​ຊື່​ເອີ້ນ​ຄຳ​ວ່າ ກ້ອນ​ຂະ​​ແໜງການຈາກ​ກະຊວງ​ມາ​

ເປັນ​ກ້ອນ​ກະຊວງ, ການ​ກຳນົດ​ເວລາ ສະ​ແດງ​ກ້ອນ​ກຳລັງ ​ແລະ ງົບປະມານຄືນ​ໃໝ່, ​ໄດ້​ຕົກລົງ​ເຫັນ​ດີສ້າງ​​ແຜນ​

ຝຶກ​ແອບ 6 ​ເດືອນ​ຕົ້ນປີ 2015 ກ່ອນ​ຈະ​ເຖິງ​ການສະ​ເຫລີມສະຫລອງ​ຕົວ​ຈິງກາງ ປີ 2015 ແຕ່ລະກ້ອນຈະຕ້ອງ

ໄດ້ທຳຄວາມລຶ້ງເຄີຍກັບສະໜາມຫລວງ (ເດີ່ນພະທາດຫລວງ), ເດືອນ 9​ ຫາ 11/2015 ທັງໝົດ 40 ກ້ອນແມ່ນ

ຈະໄດ້ມີການຝຶກແອບໃຫຍ່ ຫລັງ​ຈາກ​ນັ້ນກໍມີກວດກາ ຄວາມພ້ອມໃນແຕ່ລະດ້ານໃຫ້ຮັບປະກັນ ແລະ ມີຄວາມ

ຮຽບຮ້ອຍ

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...