spot_img
Homeນານາສາລະຈະແກ້ໄຂການໂກງນ້ຳມັນຢູ່ປ້ຳຕ່າງໆແນວໃດ?

ຈະແກ້ໄຂການໂກງນ້ຳມັນຢູ່ປ້ຳຕ່າງໆແນວໃດ?

Published on

ປັດຈຸບັນການພັດທະນາເສດຖະກິດ-ສັງຄົມຢູ່ປະເທດເຮົາ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ,

ຄວາມຕ້ອງການຊົມໃຊ້ຂອງສັງຄົມກໍເພີ່ມຂຶ້ນເຊັ່ນດຽວກັນ, ກໍດັ່ງຄວາມຕ້ອງການນ້ຳມັນເພື່ອມາ

ຮັບໃຊ້ລົດລາພາຫະນະ ຫຼື ຊີວິດປະຈຳວັນ ເພີ່ມຂຶ້ນເຊັ່ນກັນ, ເຮັດໃຫ້ການບໍລິການນ້ຳມັນຢູ່ປ້ຳຕ່າງໆ

ມີຫຼາຍຂຶ້ນບໍ່ວ່າຈະເປັນຂອງລັດ ແລະ ສ່ວນບຸກຄົນ, ໃນນັ້ນການບໍລິການບາງປ້ຳກໍເຮັດໄດ້ດີ ແລະ

ກົງກັນຂ້າມ ການບໍລິການບາງປ້ຳຍັງຂາດຄວາມໂປ່ງໃສ ມັນສະແດງອອກເວລາທີ່ຂາຍນ້ຳມັນບໍ່ເຕັມ

ລິດ, ເຖິງວ່າໄລຍະຜ່ານມາພາກສ່ວນກ່ຽວຂ້ອງ ຈະເອົາໃຈໃສ່ກວດກາແຕ່ບັນຫາດັ່ງກ່າວກໍຍັງເກີດຂຶ້ນ.

 

ຕົວຢ່າງ ທຸກມື້ນີ້ຍັງມີຜູ້ຂັບຂີ່ຫຼາຍຄົນ ຈົມວ່າມີປ່ຳນ້ຳມັນບາງແຫ່ງ ເວລາຕົນໄປໃສ່ນ້ຳມັນແອັດ

ຊັງໃນລາຄາ 10.330 ກີບ/ລິດ, ໃສ່ 15000 ພັນກີບ ແທນທີ່ຈະໄດ້ນ້ຳມັນລິດປາຍ, ແຕ່ບາງຄັ້ງໄດ້ນ້ຳ

ມັນບໍ່ເຖິງລິດຊ້ຳ, ຊຶ່ງບັນຫາດັ່ງກ່າວແມ່ນໄດ້ເກີດຂຶ້ນມາຫຼາຍປີແລ້ວ ແຕ່ກໍແກ້ໄຂບໍ່ຕົກ ຊຶ່ງສາເຫດ

ຕົ້ນຕໍ ແມ່ນເກີດຈາກພະນັກງານຂາຍນ້ຳມັນຈຳນວນໜຶ່ງ ຍັງຂາດຄວາມສັດຊື່, ສວຍໂອກາດຫາຜົນ

ປະໂຫຍດແກ່ຕົນເອງ, ໂດຍຜູ້ເປັນເຈົ້າຂອງປ້ຳນ້ຳມັນເອງ ກໍຍັງຂາດຄວາມຮັບຜິດຊອບໃນການຕິດ

ຕາມກວດກາການໃຫ້ບໍລິການຂອງພະນັກງານຂອງຕົນ, ຕໍ່ບັນຫານີ້ ໄດ້ເຮັດໃຫ້ເກີດຄວາມບໍ່ພໍໃຈ

ຂອງຜູ້ຂັບຂີ່ຈຳນວນຫຼາຍ, ດັ່ງນັ້ນຈຶ່ງສະເໜີໃຫ້ພາກສ່ວນກ່ຽວຂ້ອງ ຈົ່ງເພີ່ມຄວາມເຂັ້ມງວດໃນການ

ກວດກາຕາມປ້ຳຕ່າງໆ, ພ້ອມທັງວາງມາດຕະການຢ່າງເດັດຂາດຕໍ່ຜູ້ລະເມີດ, ເພື່ອເຮັດແນວໃດໃຫ້

ການຂາຍນ້ຳມັນມີຄວາມໂປ່ງໃສ່ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກສັງຄົມ.

 

ທີ່ມາ: http://laophatthananews.blogspot.com/2014/07/blog-post_4.html

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...