spot_img
Homeມຸມຂ່າວ AECຈະຈັດງານ Festival ປ່າຄັ້ງທຳອິດ ຢູ່ຫວຽດນາມໃນທ້າຍປີ 2014

ຈະຈັດງານ Festival ປ່າຄັ້ງທຳອິດ ຢູ່ຫວຽດນາມໃນທ້າຍປີ 2014

Published on

27791199645206253602

ງານ Festival ປ່າ ຈະໄດ້ຮັບການຈັດຕັ້ງເປັນຄັ້ງທຳອິດຢູ່ເຂດນິເວດ
ທຳມະຊາດ ແຂວງ ດົ່ງນາຍ ໃນທ້າຍເດືອນ ພະຈິກ 2014 ນີ້ ແລະ
ເປັນຄັ້ງທຳອິດທີ່ Festival ປ່າຈະຮັບການຈັດຕັ້ງຢູ່ ຫວຽດນາມ.
ທ່ານ ເຈີ່ນກວາງຕ້ວາຍ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ
ທ່ອງທ່ຽວ ແຂວງ ດົ່ງນາຍ ໃຫ້ຮູ້ວ່າ ງານ Festival ປ່າ ຈະໄດ້ຮັບ
ການຈັດຕັ້ງໃນ 3 ວັນພາຍໃຕ້ຫົວຂໍ້ “ປ່າ-ຊັບພະຍາກອນທຳມະຊາດ
ທີ່ສັກກາລະບູຊາ” ດ້ວຍການເຂົ້າຮ່ວມຂອງປະມານ 2.000 ຄົນ ໃນ
ງານ Festival ຈະມີການເຄື່ອນໄຫວວັດທະນະທຳ ກິລາ ອາຫານ
ການກິນຕ່າງໆ.
ຈຸດປະສົງຂອງການຈັດງານນີ້ແມ່ນເພື່ອໂຄສະນາ ເຜີຍແຜ່ຊັບພະຍາກອນ
ປ່າຂອງ ຫວຽດນາມ ເວົ້າຮວມ ແລະ ແຂວງ ດົ່ງນາຍ ເວົ້າສະເພາະ
ເຊີດຊູບັນດາແຫລ່ງຜົນປະໂຫຍດມູນຄ່າທາງເສດຖະກິດ ຄຸນຄ່າຊຶ່ງປ່າ
ນຳມາໃຫ້ແກ່ມະນຸດ ຮຽກຮ້ອງໃຫ້ທຸກຄົນຮ່ວມແຮງຮ່ວມໃຈປົກປັກຮັກສາ
ປ່າ ປົກປັກຮັກສາຊີວະນາໆພັນ ຜ່ານການຈັດ Festival ໃນຄັ້ງນີ້
ແຂວງ ດົ່ງນາຍ ຈະສ້າງບັນດາຜະລິດຕະພັນການທ່ອງທ່ຽວຕິດພັນ
ກັບປ່າ ເພື່ອດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

ພາບປະກອບ: ສວນຫີນໃນເຂດປ່າສະຫງວນ ແຂວງດົງນາຍ
(Photo: dongnai)ທີ່ມາ http://www.vtetoday.la

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...