spot_img
Homeນານາສາລະຈອດລົດຕາກແດດເປັນປະຈຳ ສ່ຽງໃຫ້ລົດພັງແບບບໍ່ຮູ້ໂຕ

ຈອດລົດຕາກແດດເປັນປະຈຳ ສ່ຽງໃຫ້ລົດພັງແບບບໍ່ຮູ້ໂຕ

Published on

ສຳລັບບາງຄົນກໍບໍ່ສາມາດລ່ຽງໄດ້ທີ່ຈະຈອດລົດຕາກແດດເປັນປະຈຳ ໂດຍສະເພາະໃນລາວເຮົາ ກໍເປັນປະເທດຮ້ອນຢູ່ແລ້ວ ຖ້າຈອດລົດຕາກແດດອາດຈະເຮັດໃຫ້ລົດເສື່ອມສະພາບໄດ້ໄວຂຶ້ນ ແລະ ເປັນຜົນເສຍຕໍ່ພາຍໃນ-ພາຍນອກຂອງລົດຄື:

  1. ລົດຕາຍສີໄວ.
  2. ຟີມກອງແສງເສື່ອມ ເຮັດໃຫ້ມີຟອງອາກາດ ມີຮອຍຍັບ ບໍ່ສາມາດກອງແສງໄດ້ທີ່ຄວນ.
  3. ອຸປະກອນເຄື່ອງໃນລົດ ລວມທັງແບັດເຕີລີ່ ແລະ ແອ ກໍເສື່ອມໄວ.

4. ພາຍໃນລົດເລີ່ມໜຽວ ເນື່ອງຈາກອາກາດພາຍນອກທີ່ຮ້ອນ ສົ່ງຜົນໃຫ້ສ່ວນປະກອບພາຍໃນລົດ ທີ່ໃນລົດທັງຮ້ອນອົບເອົ້າຈະລະລາຍ ຫຼື ໜຽວ ໂດຍສະເພາະສ່ວນປະກອບທີ່ເປັນຢາງ.

5. ຢາງລົດເສື່ອມສະພາບໄວ ເພາະຖືກຄວາມຮ້ອນຈາກແສງແດດແຮງເກີນໄປ.

ວິທີປ້ອງກັນລົດເສື່ອມສະພາບຈາກການຈອດຕາກແດດເປັນເວລາດົນ

  • ໃຊ້ຜ້າຄຸມລົດທີ່ໄດ້ມາດຕະຖານ ຄຸມລົດໄດ້ໝົດຄັນ ສາມາດສະທ້ອງແສງໄດ້ ແລະ ຕ້ອງມັດເຊືອກໃຫ້ແໜ້ນ ເພື່ອບໍ່ໃຫ້ລົດພັດເອົາຜ້າຄຸມປິວ.
  • ໄປເຄືອບສີລົດ ໂດຍການລົງແວັກສເຄືອບສີລົດ ເພື່ອປ້ອງກັນແສງຕາເວັນທີ່ກະທົບໃສ່ລົດ.
  • ຈອດລົດແລ້ວ ເອົາແວ່ນລົດລົງໜ້ອຍໜຶ່ງ ເພື່ອບໍ່ໃຫ້ພາຍໃນລົດຮ້ອນເກີນໄປ.

ຂໍ້ມູນຈາກ Springdale Automotive Centers

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...