spot_img
Home​ຂ່າວບັນເທິງງານແຂ່ງຂັນຮູບເງົາສັ້ນ ວຽງຈັນນານ ໃຜທີ່ມີຄວາມຝັນ ລອງສະໝັກເບິ່ງເດີ້

ງານແຂ່ງຂັນຮູບເງົາສັ້ນ ວຽງຈັນນານ ໃຜທີ່ມີຄວາມຝັນ ລອງສະໝັກເບິ່ງເດີ້

Published on

ງານແຂ່ງຂັນຮູບເງົາສັ້ນ ວຽງຈັນນານ (Vientianale)ກັບມາແລ້ວ! ເຊີນທຸກໆຄົນເຂົ້າມາຮ່ວມແຂ່ງຂັນຮູບເງົາສັ້ນນຳກັນຫຼາຍໆ 🙂

ຮັບສະໝັກລົງທະບຽນ

ການແຂ່ງຂັນດັ່ງກ່າວ ເປີດໃຫ້ ທຸກໆຄົນທີ່ດຳລົງຊີວີດຢູ່ໃນ ສປປ.ລາວ, ໂດຍບໍ່ຈໍາແນກສັນຊາດ ແລະຄວາມສາມາດປະສົບການໃນການຜະລິດຮູບເງົາ.
ການແຂ່ງຂັນ ປີນີ້ ບໍ່ມີຫົວຂໍ້, ດັ່ງນັ້ນ ພວກເຮົາຈື່ງເຊີນຊວນໃຫ້ທຸກຄົນນໍາໃຊ້ຈິນຕະນາການຂອງຕົນເອງເຕັມທີ່.
ຄະນະກຳມະການອິດສະຫຼະ ຈະເປັນຜູ້ເລືອກ ຮູບເງົາສັ້ນທີ່ດີທີ່ສຸດ 3 ເລື່ອງໂດຍມີລາງວັນດັ່ງລຸ່ມນີ້:

ລາງວັນທີ່ 1: 8,000,000 ກີບ
ລາງວັນທີ່ 2: 5,000,000 ກີບ
ລາງວັນທີ່ 3: 3,000,000 ກີບ

ຮູບເງົາທີ່ສົ່ງເຂົ້າປະກວດຈະໄດ້ຮັບການສາຍໃນ ມື້ສຸດທ້າຍຂອງ ງານເທດສະການຮູບເງົາ ວຽງຈັນນານ. ເຊິ່ງໃນມື້ນັ້ນ, ຜູ້ທີ່ເຂົ້າຊົມກໍ່ສາມາດເລືອກໃຫ້ຄະແນນຮູບເງົາທີ່ມັກ ແລະ ສົນໃຈ ເພື່ອໃຫ້ ລາງວັນຮູບເງົາຂັວນໃຈຜູ້ຊົມ.

ປິດຮັບສະໝັກ: ວັນສຸກ ທີ່ 31 ມັງກອນ 2017

ຮູບເງົາທີ່ສົ່ງເຂົ້າປະກວດຈະຕ້ອງປະຕິບັດຕາມເງື່ອນໄຂ ດັ່ງລຸ່ມນີ້:

1. ຮູບເງົາຕ້ອງບໍ່ເກີນ 7 ນາທີ່ (ລວມເອົາທັງຊື່ເລື່ອງ ຈົນຮອດລາຍຊື່ ຂອງຜູ້ຜະລິດແລະຜູ້ທີ່ມີສ່ວນຮ່ວມ) 2. ຜູ້ກຳກັບຮູບເງົາ ຕ້ອງອາໄສ ແລະ ດໍາລົງຊີວິດໃນ ສປປ. ລາວ.
3. ຮູບເງົາພາສາລາວ ຕ້ອງມີຄໍາບັນລະຍາຍທາງກ້ອງພາສາອັງກິດ. ຖ້າວ່າເລື່ອງມີການສົນທະນາເປັນພາສາອັງກິດ ຕ້ອງມີຄໍາບັນລະຍາຍທາງກ້ອງພາສາລາວ.
4. ຮູບພາບແລະສຽງຕ່າງໆ ທີ່ໃຊ້ໃນການຜະລິດຮູບເງົາ ຕ້ອງບໍ່ລະເມີດລິຂະສິດປະການໃດ.
5. ເມື່ອຜະລິດສຳເລັດແລ້ວ ຕ້ອງສົ່ງຜົນງານດັ່ງກ່າວ ໃນຮູບແບບດີວິດີ ແບບ MPEG4, AVI, WMV, H264 ຫຼື MOV ພ້ອມກັບເອກກະສານລົງທະບຽນ.
6. ຮູບເງົາດັ່ງກ່າວ ຕ້ອງເປັນ ເລື່ອງສັ້ນ ທີ່ສ້າງຂື້ນສໍາລັບ ການແຂ່ງຂັນຮູບເງົາສັ້ນ ວຽງຈັນນານ 2017 ໂດຍສະເພາະ ແລະ ບໍ່ເຄີຍໄດ້ຮັບການສາຍຫຼືເຂົ້າຮ່ວມແຂ່ງຂັນບ່ອນອື່ນ ມາກ່ອນ.

ເອກກະສານລົງທະບຽນ ສາມາດເອົາໄດ້ ທີ່ http://www.vientianale.org/

ຕິດຕໍ່:
ອີເມລ: vientianale.festival@gmail.com
www.facebook.com/Vientianale
ມືຖື: 030 50 29 814 (ພາສາລາວ), 020 58 89 14 65 (ພາສາອັງກິດ/ລາວ)

ຂ່າວຈາກ: ເຟສບຸກ Vientianale
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...