spot_img
Homeຂ່າວເຫດການງານເປີດໂຕ ຫົວເຫວີຍ P9 ຢ່າງເປັນທາງການ

ງານເປີດໂຕ ຫົວເຫວີຍ P9 ຢ່າງເປັນທາງການ

Published on

ໃນວັນທີ 3 ຕຸລາ 2016 ຫົວເຫວີຍ P9 ໄດ້ເປີດໂຕຢ່າງເປັນທາງການ ໃນເວລາປະມານ 16:00-18:00 ໂມງ ທີ່ວຽງຈັນເຊັນເຕີທ່າມກາງສື່ມວນຊົນ ແລະປວງຊົນ ເຂົ້າຮ່ວມຢ່າງຫຼວງຫຼາຍ

ໃນງານທ່ານ ຊູຈິງຢົງ ຫົວໜ້າຝ່າຍອຸປະກອນການສື່ສານ ໄດ້ກ່າວຄຳປາໄສວ່າ: ຫົວເຫວີຍ ໄດ້ມາເລີ່ມທຸລະກິດໃນລາວຫຼາຍກວ່າ 18 ປີ ເຊິ່ງມີທັງໝົດ 3 ກຸ່ມໃຫຍ່ທຸລະກິດຄື: ກຸ່ມທຸລະກິດ ໂທລະຄົມມະນາຄົມ, ກຸ່ມທຸລະກິດ ວິສາຫະກິດ ແລະກຸ່ມທຸລະກິດ ຜູ້ຊົມໃຊ້ ເຊິ່ງສະໜອງອຸປະກອນການສື່ສານ, ຜະລິດຕະພັນໄອທີ, ການແກ້ໄຂ ແລະສະມາດໂຟນ ຫົວເຫວີຍ ໃຊ້ຫຼາຍກວ່າ 170 ປະເທດ

ສະມາດໂຟນ ຫົວເຫວີຍ ໄດ້ຂະຫຍາຍຕົວຢ່າງໄວວາ ໃນຕະຫຼາດຂອງລາວເຮົາ, ຄົນສ່ວນຫຼາຍຮູ້ ແລະກໍໄດ້ໃຊ້ສະມາດໂຟນ,  ໃນຊ່ວງຕົ້ນປີ 2016 ຫົວເຫວີຍ ໄດ້ເປີດສະມາດໂຟນລຸ້ນໃໝ່່ລ່າສຸດ ຫົວເຫວີຍ ເມດ 8 ແລະ ຫົວເຫວີຍ ພີ 9 ເຊິ່ງໄດ້ຮັບຜົນຕອບຮັບທີ່ດີຈາກລູກຄ້າ ເພື່ອໃຫ້ຄົນທີ່ຮູ້ຈັກຜະລິດຕະພັນ ຫົວເຫວີຍ ຫຼາຍຂຶ້ນ, ໄດ້ມີກິດຈະກຳຫຼາຍໆກິດຈະກຳ ແລະພ້ອມທັງມີໂປຣໂມຊັນຫຼາຍຢ່າງ ທັງໃນນະຄອນຫຼວງ ແລະຕ່າງແຂວງ. ສຳລັບຫົວເຫວີຍ ພີ9 ນີ້ສິ່ງທີ່ແປກໃໝ່ຈາກໂທລະສັບລຸ້ນອື່ນແມ່ນ “ກ້ອງ” ເປັນກ້ອງທີ່ດີທີ່ສຸດ ກ້ອງມີສອງເລນ ແລະໃຊ້ເລນໄລກ້າ ຖ່າຍອອກມາຮູບງາມແຈ້ງຄົມຊັດ

14569140_855533547881455_645598032_n

ຫົວເຫວີຍ ໄດ້ເພີ່ມຄວາມສະດວກສະບາຍໃຫ້ແກ່ລູກຄ້າໃນການຊອກຊື້ໂທລະສັບໄດ້ງ່າຍຂຶ້ນ ໂດຍມີຮ້ານ 500 ກວ່າຮ້ານທີ່ຂາຍໂທລະສັບສະມາດໂຟນ ແລະກຳລັງຕັ້ງສູນບໍລິການຫຼັງການຂາຍແຫ່ງໃໝ່ ທີ່ຫຼູຫຼາດີທີສຸດ ໃນນະຄອນຫຼວງ ແລະຈະໄດ້ເປີດການບໍລິການໃນເດືອນ ພະຈິກ 2016 ນີ້

ໃນການເປີດໂຕຄັ້ງນີ້ ຫົວເຫວີຍ ພີ9 ກໍໄດ້ ສາວແອນນິຕ້າ ນັກຮ້ອງທີ່ໄດ້ຮັບຄວາມນິຍົມໃນລາວ, ເພື່ອເພີ່ມພາບຫຼັກ ແລະຄວາມນິຍົມຂອງຫົວເຫວີຍ ໃຫ້ສູງຂຶ້ນອີກລະດັບໜຶ່ງ ແລະໄດ້ແຂກຮັບເຊີນ ອະເລັກ ທີລະເດດ ນັກສະແດງຊື່ດັງ ທີ່ເປັນພີເຊັນເຕີຫົວເຫວີຍຂອງປະເທດໄທກໍໄດ້ມາຮ່ວມງານ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...