spot_img
Home​ຂ່າວບັນເທິງງານເທດສະການດົນຕີຣ ນານາຊາດ Vangvieng Music Festival 2

ງານເທດສະການດົນຕີຣ ນານາຊາດ Vangvieng Music Festival 2

Published on

ບັນເທີງດາລາ ກັບ ລາວໂພສຕ໌ ມືນີ້ເຮົາກໍ່ມາຕິດຕາມຂ່າວຄາວການເຄື່ອນໄຫວຄວາມບັນເທີງຂອງບ້ານເຮົາ ເຊິ່ງນາທີນີ້ຄົງຈະບໍ່ມີໃຜບໍ່ຮູ້ຂ່າວງານໃຫຍ່ທ້າລະດູໜາວ ຢ່າງ ງານເທດສະການດົນຕີຣ ນານາຊາດ Vangvieng Music Festival 2 ກຽມຕົວພ້ອມກັບຄວາມມັນຄວາມມ່ວນທ້າລົມໜາວແບບຫຼຸດໂລກກັນແລ້ວ ຫຼື ຍັງ ສຳລັບຄົນທີ່ຢາກເພີ່ມສີສັນຄວາມຕື່ນເຕັ້ນເລົ້າໃຈທາງດ້ານດົນຕີຣໃຫ້ກັບຊີວິດ ຫ້າມພາດງານນີ້ເດັດຂາດ

ໃນງານ Vangvieng Music Festival 2 ນອກຈາກທ່ານຈະໄດ້ມ່ວນມັນກັບ ດິີເຈ ແລະ ນັກຮ້ອງສີລະປິນຊື່ດັງຈາກທົ່ວຟ້າເມືອງລາວແລ້ວ ທ່ານຍັງຈະໄດ້ພົບກັບວົງດົນຕີຣຊື່ດັງຈາກເພື່ອນບ້ານທີ່ຈະມາມອບຄວາມມ່ວນຄວາມມັນໃຫ້ທຸກທ່ານຢ່າງຈຸໃຈ ຢ່າງ ວົງ ລາບານູນ ຮັບຮອງວ່າໃຜໄດ້ໄປງານນີ້ຈະບໍ່ຜິດຫວັງກັບມາແນ່ນອນ

ສ່ວນເວທີ Forest Fest ຈະເປັນເວທີຂະໜາດກາງ ໃຫ້ທຸກຄົນໄດ້ມ່ວນກັນ ໜ່ວຍງານຄຸມງາມກໍ່ແມ່ນຄົນ ທີມງານຄົນຮັກລົດ ແລະ Sack Cells ເພື່ອຢືນຢັນມາວ່າເລື່ອງຂອງເວທີ ຮັບຮອງຖືກໃຈຫລາຍຄົນແນ່ນອນ ເຊິ່ງງານດັ່ງກ່າວຈະຈັດຂຶ້ນທີ່ ຖ້ຳລົມ ໃນວັນທີ 16-17 ທັນວາ 2016 ເລີ້ມເປີດງານ ແຕ່ເວລາ 13:30 ຫາ 17:00 ໂມງ ວ໊າວ…ວ໊າວ ກຽມຕົວກັນໃຫ້ພ້ອມ ແລ້ວໄປພົບກັນໃນງານເດີ້

ວັນນີ້ແອັດມິນມີພາບບັນຍາກາດໃນງານ  Vangvieng Music Festival 1 ປີກາຍນີ້ມາໃຫ້ແຟນເພສໄດ້ເບິ່ງອຸ່ນເຄື່ອງກ່ອນຮອດວັນງານແທ້

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...