spot_img
Homeຂ່າວການພັດທະນາງານເຈລະຈາທຸລະກິດອອນໄລນ໌ (ໄທ-ສປປ ລາວ) ສຳເລັດສົ່ງເສີມສິນຄ້າໄທສົ່ງອອກຕະຫຼາດລາວ, ມູນຄ່າສູງກວ່າ 34,5 ລ້ານບາດ

ງານເຈລະຈາທຸລະກິດອອນໄລນ໌ (ໄທ-ສປປ ລາວ) ສຳເລັດສົ່ງເສີມສິນຄ້າໄທສົ່ງອອກຕະຫຼາດລາວ, ມູນຄ່າສູງກວ່າ 34,5 ລ້ານບາດ

Published on

ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດລາວ ທີ່ນະຄອນຫຼວງວຽງຈັນ ເວົ້າເຖິງເວທີໂຄງການເຈລະຈາທຸລະກິດອອນໄລນ໌ ໄທ-ສປປ ລາວ, ປີນີ້ຍອດເພີ່ມສູງກວ່າ 34,5 ລ້ານບາດ ສົ່ງເສີມຜູ້ປະກອບການໄທ ຂະຫຍາຍໂອກາດທຸລະກິດ ໄປສູ່ຕະຫຼາດເພື່ອນບ້ານໃນ ສປປ ລາວ.

ໂດຍໂຄງການເຈລະຈາທຸລະກິດອອນໄລນ໌ ໄທ-ສປປ ລາວ (Thai-Lao Business Matching Online) ເປັນການນຳຄູ່ຄ້າມາພົບກັນ ເພື່ອໃຫ້ເກີດການຄ້າ, ການລົງທຶນຢ່າງແທ້ຈິງ ເຊິ່ງຈະຊ່ວຍຕອບໂຈດໃຫ້ຜູ້ປະກອບການໄທມີຄວາມໝັ້ນໃຈ ແລະ ເຂົ້າໃຈການເຮັດທຸລະກິດໃນສປປ ລາວ ອີກທັງຍັງສະໜອງນະໂຍບາຍຂອງລັດຖະບານລາວທີ່ສະໜັບ ສະໜູນໃຫ້ຜູ້ປະກອບການໄທ ແລະ ສປປ ລາວ, ເກີດການລົງທຶນຮ່ວມກັນ ເຊິ່ງຈະນຳໄປສູ່ຄວາມສຳພັນອັນດີທາງການຄ້າ ແລະ ກໍ່ໃຫ້ເກີດມູນຄ່າທາງທຸລະກິດ ລະຫວ່າງໄທ-ສປປ ລາວໃນອານາຄົດ, ລວມທັງເປັນການສ້າງໂອກາດໃຫ້ກັບປະເທດໄທໄດ້ເປັນສູນກາງໃນການຂະຫຍາຍຕະຫຼາດເຂົ້າສູ່ AEC

ນອກຈາກນີ້ທ່ານ ກາວິນ ວິຣິຍະພານິດ, ຜູ້ອຳນວຍການ ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ນະຄອນຫຼວງວຽງຈັນ ເປີດເຜີຍເຖິງການຈັດກິດຈະກຳວ່າ: ພາບລວມການຄ້າລະຫວ່າງໄທ ແລະ ສປປ ລາວ, ຍັງໄປໄດ້ດີໂດຍໃນປີນີ້ ເປີດການຈັບຄູ່ເຈລະຈາການຄ້າທັງໝົດ 53 ຄູ່ ຈາກຜູ້ລົງທະບຽນອອນໄລນ໌ ທັງໝົດ 157 ທ່ານແບ່ງເປັນຜູ້ປະກອບການໄທ ຈຳນວນ 90 ທ່ານ ແລະ ຜູ້ປະກອບການລາວ ຈຳນວນ 67 ທ່ານ, ສ້າງມູນຄ່າທາງການຄ້າ 34,5 ລ້ານບາດ, ໂດຍກຸ່ມສິນຄ້າຫຼັກທີ່ເກີດມູນຄ່າການຊື້ຂາຍຫຼາຍທີ່ສຸດໄດ້ແກ່: ກຸ່ມສິນຄ້າອາຫານ ແລະ ເຄື່ອງດື່ມເປັນມູນຄ່າກວ່າ 11,5 ລ້ານບາດ ແລະຮອງລົງມາໄດ້ແກ່: ກຸ່ມສິນຄ້າຄວາມສວຍ ຄວາມງາມ ແລະ ສຸຂະພາບ ເປັນມູນຄ່າກວ່າ 6,1 ລ້ານບາດ.

ທ່ານ ກາວິນ ໄດ້ກ່າວໃນຕອນທ້າຍວ່າ: ກິດຈະກຳ Thai-Lao Business Matching ທີ່ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ນະຄອນຫຼວງວຽງຈັນ, ຈັດໃຫ້ກັບລູກຄ້າໄທ ແລະ ສປປ ລາວ, ຈະມີການຈັດກິດຈະກຳຕໍ່ໄປຢ່າງຕໍ່ເນື່ອງ ເພາະຈາກການສອບຖາມຍັງພົບວ່າຜູ້ປະກອບການໄທຫຼາຍທ່ານມີສັກກະຍະພາບຫຼາຍທີ່ຈະໄປຄ້າຂາຍໃນຕະຫຼາດລາວ ໃນຂະນະທີ່ຜູ້ປະກອບການລາວມີແນວໂນ້ມທີ່ຈະລົງທຶນຄ້າຂາຍກັບໄທ ອີກຈຳນວນຫຼາຍ, ເຊິ່ງຫາກທາງສຳນັກງານສາມາດຊ່ວຍສ້າງເຄືອຂ່າຍທຸລະກິດໃຫ້ແຂ່ງແກ່ນ ແລະ ໝັ້ນຄົງໄດ້ ຈະເປັນການຊ່ວຍເສດຖະກິດທັງສອງປະເທດສືບຕໍ່ໄປຢ່າງໝັ້ນຄົງແນ່ນອນ ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ ສຳນັກງານ ສົ່ງເສີມການຄ້າໃນຕ່າງປະເທດ ທີ່ ນະຄອນຫຼວງວຽງຈັນ vtditplaos@gmail.com ຫຼື Facebook : Thai Trade Center, Vientiane

ພ້ອມດຽວກັນນີ້ ການຈັດໂຄງການດັ່ງກ່າວ ເພື່ອສະໜອງຮັບນະໂຍບາຍຂອງທ່ານ ຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງພານິດ ໃນການເລັ່ງລັດ. ການສົ່ງອອກໃນຍຸກ New Normal ເຊິ່ງປະຈຸບັນຜູ້ປະກອບການໄທ ແລະ ລາວ ບໍ່ສາມດເດີນທາງໄປມາເພື່ອພົບປະກັນໄດ້ ( ສຄຕ ) ວຽງຈັນ, ຈຶ່ງໄດ້ໃຊ້ແບບແພັດຟອມອອນໄລ ເພື່ອເຈລະຈາທຸລະກິດ ແລະ ເພີ່ມຍອດການຄ້າຊາຍແດນ ຕາມນະໂຍບາຍການຄ້າຊາຍແດນ ເຮັດໃຫ້ເກີດມູນຄ່າ ແລະ ສ້າງທຸລະກິດໃໝ່ຂຶ້ນໃນ ສປປ ລາວ, ພາຍໃຕ້ແບຣນໄທໄປສູ່ຕະຫຼາດສາກົນ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...