spot_img
Homeຂ່າວພາຍ​ໃນງານສົມໂພດຮູບປັ້ນພຣະເຈົ້າໄຊຍະເສດຖາທິລາດຈະໄດ້ຈັດ ຫຼື ບໍ່ຍັງລໍຖ້າການອະນຸຍາດຈາກລັດຖະບານ

ງານສົມໂພດຮູບປັ້ນພຣະເຈົ້າໄຊຍະເສດຖາທິລາດຈະໄດ້ຈັດ ຫຼື ບໍ່ຍັງລໍຖ້າການອະນຸຍາດຈາກລັດຖະບານ

Published on

ອໍານາດການປົກຄອງແຂວງອັດຕະປືມີຄວາມພ້ອມແລ້ວທີ່ຈະຈັດງານສົມໂພດ ຫຼື ງານສູດຮູບປັ້ນພຣະເຈົ້າໄຊຍະເສດຖາທິລາດຊົງປະທັບຊ້າງ ເພື່ອປະດິດສະຖານໄວ້ທີ່ອະນຸສາວະລີ ທີ່ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື ເພື່ອໃຫ້ປະຊາຊົນແຂວງອັດຕະປືໄດ້ກາບໄຫວ້ ແລະ ບູຊາ, ເຊິ່ງງານສົມໂພດດັ່ງກ່າວຈະຈັດຂຶ້ນໃນລະຫວ່າງວັນທີ 21-27 ມັງກອນ 2021 ນີ້ ແຕ່ຈະໄດ້ຈັດ ຫຼື ບໍ່ນັ້ນຍັງລໍຖ້າການອະນຸຍາດຈາກລັດຖະບານ.

ທ່ານ ທອງທັດ ແກ້ວບຸນໄຊ ຮອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ເຊິ່ງເປັນຜູ້ຊີ້ນໍາລວມວຽກງານຂົງເຂດວັດທະນະທໍາ ແລະ ຫໍພິພິທະພັນ-ຫໍສະໝຸດ ຢູ່ແຂວງອັດຕະປື ໄດ້ກ່າວຕໍ່ ທີມງານວຽງຈັນທາຍ ກ່ຽວກັບງານດັ່ງກ່າວເມື່ອວັນທີ 8 ມັງກອນນີ້ວ່າ: ປັດຈຸບັນນີ້ທາງແຂວງມີຄວາມພ້ອມແລ້ວທີ່ຈະຈັດງານດັ່ງກ່າວໂດຍມີການກະກຽມສະຖານທີ່ໄວ້ຮັບແຂກ, ກອງບຸນ 38 ກອງ ແລະ ອື່ນໆ ຕາມແຜນແລ້ວງານດັ່ງກ່າວຈະເລີ່ມແຕ່ວັນທີ 21 ຫາ 27 ມັງກອນ 2021. ພາຍໃນງານຈະມີພິທີທາງສາດສະໜາ, ງານຕະຫຼາດນັດ, ງານສະແດງສິລະປະທ້ອງຖິ່ນ, ງານເດີນແບບຊຸດຊົນເຜົ່າ ທີ່ມີ 11 ຊົນເຜົ່າພາຍໃນແຂວງອັດຕະປື, ງານປະກວດສາວເມືອງອົງການ (ເມືອງອົງການເປັນເມືອງຕົ້ນກໍາເນີດແຂວງອັດ ຕະປືໃນສະໄໝກ່ອນ) ແລະ ກິດຈະກໍາອື່ນໆ.

ທ່ານ ທອງທັດໄດ້ກ່າວຕື່ມວ່າ: ງານດັ່ງກ່າວນີ້ຈະໄດ້ຈັດຂຶ້ນຕາມໄລຍະເວລາທີ່ກໍານົດເວລາໄວ້ ຫຼື ບໍ່ນັ້ນແມ່ນຍັງລໍຖ້າຄໍາຕອບຈາກລັດຖະບານວ່າຈະອະນຸຍາດໃຫ້ຈັດ ຫຼື ບໍ່ ເພາະໃນໄລຍະນີ້ໄດ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງງານດັ່ງກ່າວອາດຈະຖືກເລື່ອນກໍ່ເປັນໄດ້ ແຕ່ເມື່ອຖາມຄວາມພ້ອມທາງແຂວງແມ່ນພ້ອມແລ້ວ 100% ສໍາລັບຈັດງານນີ້.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...