spot_img
Homeຂ່າວການສຶກສາງານສະຫລອງງານນະມັດສະການ ຜາສາດຫີນວັດພູຈໍາປາສັກ ຈັດຂຶ້ນຢ່າງຄຶກຄັກໃນປີນີ້!

ງານສະຫລອງງານນະມັດສະການ ຜາສາດຫີນວັດພູຈໍາປາສັກ ຈັດຂຶ້ນຢ່າງຄຶກຄັກໃນປີນີ້!

Published on

ຂປລ.ງານນະມັດສະການ ຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2016 ​ຈະໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່ ​ພ້ອມສະເຫລີມສະຫລອງ​ ຄົບຮອບ 15 ປີ ທີ່​ວັດ​ພູ​ຈຳປາ​ສັກ ​ໄດ້​ຮັບຮອງ​ເຂົ້າ​ເປັນ​ມໍລະ​ດົ​ໂລກ ​ເຊິ່ງຈັດ​ຂຶ້ນ​ລະຫວ່າງ 16-22 ກຸມພານີ້, ໂດຍໄດ້​ຮັບ​ຄວາມ​ສົນ​ໃຈ​​ຈາກມວນຊົນທັງພາຍໃນ ແລະ ຕ່າງປະເທດ.

ໃນງານຈະ​ມີ​ຫລາຍ​ກິດກຳທີ່​ໜ້າ​ສົນ​ໃຈ​ເປັນ​ຕົ້ນ​ການແຂ່ງຂັນກິລາ, ກິລາພື້ນເມືອງ ແລະ ກິລາສາກົນ, ມີການສະແດງສິລະປະພາຍໃນ ແລະ ຕ່າງປະເທດ ດ້ວຍລະບົບແສງສີສຽງທີ່ທັນສະໄໝ, ການສາຍຮູບເງົາ, ເປີດຕະຫລາດນັດໃຫ້ ປະຊາຊົນ ແລະ ຊາວຄ້າຂາຍ ໄດ້ມີໂອກາດແລກປ່ຽນຊື້-ຂາຍສິນຄ້າປະເພດຕ່າງໆເຊິ່ງກັນ ແລະ ກັນ.

ນອກນັ້ນ, ຈະມີການທໍາບຸນໃສ່ບາດ ຕາມຮີດຄອງປະເພນີທີ່ເຄີຍ ຈັດຕັ້ງປະຕິບັດສືບທອດກັນ ມາຕັ້ງແຕ່ບູຮານນະການ.ດັ່ງນັ້ນຈຶ່ງຂໍເຊີນຊວນປະຊາ ຊົນລາວບັນດາເຜົ່າ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມງານດັ່ງກ່າວ​ໃນຄັ້ງນີ້ດ້ວຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...