spot_img
Home​ຂ່າວທ່ອງທ່ຽວງານມະຫະກຳບຸນຊ້າງໄຊຍະບູລີ 2017 ຈັດຂຶ້ນດ້ວຍບັນຍາກາດຄືກຄື້ນ

ງານມະຫະກຳບຸນຊ້າງໄຊຍະບູລີ 2017 ຈັດຂຶ້ນດ້ວຍບັນຍາກາດຄືກຄື້ນ

Published on

ງານມະຫະກຳບຸນຊ້າງປະຈໍາປີ 2017 ໄດ້ຈັດຂຶ້ນດ້ວຍບັນຍາກາດຄືກຄື້ນແຕ່ວັນທີ 17-19 ກຸມພານີ້ທີ່ແຂວງໄຊຍະບູລີ, ໂດຍມີທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ພັນລະຍາ, ພ້ອມດ້ວຍແຂກທັງພາຍໃນ ແລະ ຕ່າງປະເທດ, ນັກທ່ອງທ່ຽວ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.

ງານມະຫະກຳບຸນຊ້າງປີນີ້, ໄດ້ມີຫລາຍກິດຈະກຳໜ້າສົນໃຈທີ່ສາມາດດຶງດູດນັກທ່ອງທ່ຽວ ແລະ ມວນຊົນເຂົ້າຮ່ວມຊົມໄດ້ເປັນຢ່າງດີ ເຊັ່ນ: ຂະບວນແຫ່ຊ້າງຈຳນວນ68 ເຊືອກ, ຂະບວນກ້ອນກຳລັງຈາກບັນດາເມືອງ, ການສະແດງຊ້າງຄຳຮູ້ 20 ກວ່າລາຍການ, ບາສີສູ່ຂວັນຊ້າງ,ສະ ແດງສີລະປະວັນນະຄະດີ, ມີຕະຫລາດນັດວາງສະແດງສິນຄ້າ ແລະ ຜະລິດຕະພັນກະສິກໍາຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ກິດຈະກຳຂີ່ຊ້າງຊົມເມືອງ, ຊົມວິທີປຸງແຕ່ງຜະລິດຕະພັນຊາ, ການເຜີຍແຜ່ຄວາມຮູ້ກ່ຽວກັບການອະນຸລັກຊ້າງລາວ, ຕັກບາດຖວາຍສັງຄະທານ, ງານປະກວດຊ້າງງາມປະຈຳປີ ແລະ ກິດຈກຳອື່ນໆ.
ທ່ານເຈົ້າແຂວງໄຊຍະບູລີ ຍັນຍົງ ສີປະເສີດ ໄດ້ກ່າວວ່າ: ການຈັດບຸນຊ້າງນີ້ເພື່ອເປັນການອານຸລັກຮັກສາຊ້າງ, ຊຶ່ງເປັນສັດຄູ່ບ້ານຄູ່ເມືອງທີ່ປະຊາຊົນລາວນັບຖື, ນອກຈາກນີ້ກໍເປັນການໂຄສະນາສົ່ງເສີມການທ່ອງທ່ຽວເພື່ອດຶງດູດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຫຼາຍຂຶ້ນ.  ຄະນະກໍາມະການຈັດງານບຸນດັ່ງກ່າວ ໃຫ້ຮູ້ວ່າ: ບຸນຊ້າງໄຊຍະບູລີໄດ້ມີມາແຕ່ເຫີງນານ, ໂດຍປະຕິບັດຕາມຄວາມເຊື້ອໃນຮີດຄອງປະເພນີທີ່ປະຊາຊົນລາວໄດ້ໃຊ້ຊີວິດຕິດພັນກັບຊ້າງຕະຫຼອດມາ, ຊຶ່ງເຂົາເຈົ້າຖືວ່າຊ້າງເປັນໜຶ່ງໃນສະມາຊິກຄອບຄົວ, ສະນັ້ນເຈົ້າຂອງເຮືອນ ແລະ ເຈົ້າວົງຕະກຸນທີ່ມີຊ້າງຈຶ່ງໄດ້ພ້ອມພາກັນເຮັດບຸນຊ້າງ ເພື່ອສຳມາຄາລະວະຕໍ່ຊ້າງຄືຜູ້ທີ່ມີບຸນຄຸນຕໍ່ເຂົາເຈົ້າ,ຊຶ່ງຮີດຄອງດັ່ງກ່າວໄດ້ສືບທອດກັນມາຫລາຍເຊັ່ນຄົນຈົນເຖິງປັດຈຸບັນ.

 

ເນື້ອໃນຂ່າວຈາກ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...