spot_img
Homeຂ່າວຕ່າງປະເທດຄ່າເງິນບາດທີ່ເຄີຍຄອງອັນດັບຕົ້ນຂອງອາຊີ ອ່ອນຄ່າລົງທີ່ສຸດໃນພາກພື້ນ

ຄ່າເງິນບາດທີ່ເຄີຍຄອງອັນດັບຕົ້ນຂອງອາຊີ ອ່ອນຄ່າລົງທີ່ສຸດໃນພາກພື້ນ

Published on

CNBC ລາຍງານວ່າ: ເງິນບາດໄທ ເຊິ່ງເຄີຍເປັນສະກຸນເງິນທີ່ແຂງຄ່າທີ່ສຸດໃນອາຊີກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ອ່ອນຄ່າລົງຢ່າງຕໍ່ເນື່ອງໃນປີນີ້ ແລະ ຍັງເປັນສະກຸນເງິນທີ່ໄດ້ຮັບຜົນກະທົບຮຸນແຮງສຸດໃນພາກພື້ນ ຂະນະທີ່ຄ່າເງິນບາດຫຼຸດລົງ 10% ເມື່ອທຽບກັບສະກຸນເງິນໂດລາສະຫະລັດ.

ທ່ານ ນາງ ວິສນຸ ວະຣາທານ, ຫົວໜ້າພະແນກເສດຖະສາດ ຂອງທະນາຄານມິຊູໂຮະ ກ່າວວ່າ: ສະກຸນເງິນບາດໄທມີປະສິດທິພາບຕໍ່າສຸດໃນປີນີ້ ເມື່ອທຽບກັບສະກຸນເງິນຫຼັກອື່ນໆໃນອາຊີປາຊີຟິກ ໂດຍສະເພາະກໍແມ່ນ ຄ່າເງິນບາດຫຼຸດລົງ 10% ທຽບກັບສະກຸນເງິນໂດລາສະຫະລັດ, 7% ທຽບກັບເງິນເຢນຂອງຍີ່ປຸ່ນ, 5% ທຽບກັບເງິນຣິງກິດຂອງມາເລເຊຍ ແລະ 4.43% ທຽບກັບເງິນໂດລາອົດສະຕາລີ.

ຢ່າງໃດກໍຕາມ, ຈາກຜົນງານທີ່ດ້ອຍປະສິດທິພາບໃນແບບທີ່ບໍ່ເຄີຍເປັນມາກ່ອນໃນສະກຸນເງິນບາດ ສົ່ງຜົນໃຫ້ຄ່າເງິນບາດຕໍ່າລົງໃນຂະນະນີ້ ເຊິ່ງໃນຊ່ວງກ່ອນການລະບາດໂຄວິດປີເມື່ອປີ 2019 ຫຼາຍຝ່າຍຕ່າງກໍເປັນຫ່ວງເລື່ອງສະກຸນເງິນບາດທີ່ແຂງຄ່າຂຶ້ນ ເຊິ່ງໄດ້ຮັບແຮງກະຕຸ້ນຈາກດຸນການຄ້າທີ່ສູງ ເຮັດໃຫ້ການສົ່ງອອກມີລາຄາແພງຂຶ້ນ ອັນສົ່ງຜົນໃຫ້ຄວາມດຶງດູດໃນຕະຫຼາດຕ່າງປະເທດຫຼຸດລົງ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...