spot_img
Homeຂ່າວຕ່າງປະເທດຄົ້ນພົບຄົນເລືອດກຣຸ໊ບ A ສ່ຽງຕໍ່ການຕິດເຊື້ອ Covid-19 ຫຼາຍທີ່ສຸດ

ຄົ້ນພົບຄົນເລືອດກຣຸ໊ບ A ສ່ຽງຕໍ່ການຕິດເຊື້ອ Covid-19 ຫຼາຍທີ່ສຸດ

Published on

ເວັບໄຊຂ່າວ ໄຊນາມໍນິງ ໄດ້ເປີດເຜີຍຜົນງານການວິໄຈ ເມື່ອວັນທີ 17 ມີນາ 2020 ກ່ຽວກັບຂໍ້ມູນຜົນການສຶກສາທີ່ອູ່ຮັ່ນ ແລະ ເຊິນເຈິ້ນ ພົບວ່າ ກຸ່ມຜູ້ປ່ວຍກັບກຣຸ໊ບເລືອດມີຄວາມສຳພັນໃນການສ່ຽງຕິດເຊື້ອ ຫຼື ມີແນວໂນ້ມທີ່ຈະມີອາການຮຸນແຮງຂຶ້ນ ໂດຍທີ່ຄົນເລືອດກຣຸ໊ບ O ມີຄວາມສ່ຽງຕໍ່ການຕິດເຊື້ອຄ່ອນຂ້າງຕໍ່າ ເມື່ອທຽບກັບຄົນເລືອດກຣຸ໊ບອື່ນໆ.

ນັກວິໄຈດ້ານການແພດຈາກປະເທດຈີນ ໄດ້ເຜີຍແພ່ຜົນງານວິໄຈເບື້ອງຕົ້ນຂອງຕົນ ລົງເວັບໄຊ Medrxiv.org ໃນວັນທີ 11 ມີນາ 2020 ທີ່ຜ່ານມາ ໂດຍງານວິໄຈດັ່ງກ່າວໄດ້ນຳເອົາຕົວຢ່າງເລືອດຂອງຜູ້ປ່ວຍທີ່ຕິດເຊື້ອ ໂຄວິດ-19 ໃນເມືອງ ອູ່ຮັ່ນ ແລະ ເຊິນເຈິ້ນ ຫຼາຍກວ່າ 2,000 ຕົວຢ່າງ ໄປປຽບທຽບກັບຕົວຢ່າງເລືອດຂອງຄົນໃນ 2 ເມືອງດັ່ງກ່າວທີ່ບໍ່ໄດ້ຕິດເຊື້ອ ໂຄວິດ-19.

ງານວິໄຈດັ່ງກ່າວ ຄົ້ນພົບໃນເບື້ອງຕົ້ນວ່າ ຄົນທີ່ມີເລືອດກຣຸ໊ບ A ມີໂອກາດຕິດເຊື້ອ ໂຄວິດ-19 ຫຼາຍກວ່າຄົນກຣຸ໊ບເລືອດອື່ນ ລວມເຖິງເມື່ອຕິດເຊື້ອ ໂຄວິດ-19 ແລ້ວ, ຄົນເຈັບທີ່ມີເລືອດກຸບ A ຍັງມີຄວາມສ່ຽງທີ່ຈະເຈັບປ່ວຍຫຼາຍກວ່າຄົນເຈັບທີ່ມີກຸບເລືອດອື່ນ.

ທ່ານ ຫວັງ ຊິງຫວນ (Wang Xinghuan) ຫົວໜ້ານັກວິໄຈ ຂອງຜົນງານວິໄຈດັ່ງກ່າວນີ້ ໄດ້ກ່າວວ່າ ຄົນເຈັບທີ່ຕິດເຊື້ອ ໂຄວິດ-19 ແລະ ມີເລືອດກຣຸ໊ບ A ອາດຈະຕ້ອງການ ການເບິ່ງແຍງຢ່າງໃກ້ຊິດ ແລະ ການຮັກສາທີ່ເອົາໃຈໃສ່ກວ່າຄົນອື່ນໆ.

ຈາກຜູ້ປ່ວຍໂຄວິດ-19 ທັງໝົດ 206ຄົນທີ່ເສຍຊີວິດໃນເມືອງອູ໋ຮັ່ນນັ້ນ 85ຄົນ ເປັນຄົນເລືອດກຣຸ໊ບ A ເຊິ່ງຄິດໄລ່ເປັນ 63% ເມື່ອທຽບກັບຜູ້ປ່ວຍເລືອດກຣຸ໊ບ O ທີ່ມີພຽງ 52ຄົນ ທີ່ກະຈາຍຢູ່ໃນກຸ່ມຜູ້ປ່ວຍທີ່ມີເພດ ແລະ ອາຍຸທີ່ແຕກຕ່າງກັນ.

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: South China Morning Post

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...