spot_img
Homeຂ່າວພາຍ​ໃນຄົ້ນຄວ້າກ່ຽວກັບສິ່ງທ້າທາຍຂອງທີ່ດິນ ໃນການຫັນປ່ຽນຕົວເມືອງ

ຄົ້ນຄວ້າກ່ຽວກັບສິ່ງທ້າທາຍຂອງທີ່ດິນ ໃນການຫັນປ່ຽນຕົວເມືອງ

Published on

ຄົ້ນຄວ້າກ່ຽວກັບສິ່ງທ້າທາຍຂອງທີ່ດິນ ໃນການຫັນປ່ຽນຕົວເມືອງ

ວາລະ​ຂອງ​ງານ​ສັບປະດາ​ລາວ-ຝຣັ່ງ ໃນ​ວັນ​ທີ 27 ພະຈິກ 2013 ເຊິ່ງ​ເປັນ​ມື້​ທີ 2 ຂອງ​ງານ​ດັ່ງກ່າວ ຢູ່​ຫໍ​ປະຊຸມ​ແຫ່ງ​ຊາດ ໄດ້​ມີ​ການ​ສຳ​ມະ​ນາ​ຫົວຂໍ້​ສິ່ງ​ທ້າ​ທາຍ​ຂອງ​ທີ່​ດິນ ໃນ​ການ​ຫັນປ່ຽນ​ຕົວ​ເມືອງ ໂດຍ​ເປັນ​ປະທານ​ຂອງ​ທ່ານ ປາ​ລິ​ກອນ ທະລົງ​ແສງ​ຈັນ ອະດີດ​ຮອງ​ຫົວໜ້າ​ສະ​ຖາ​ບັນ​ຂໍ້​ມູນ​ຂ່າວສານ ແລະ ພື້ນ​ແຜນທີ່​ຮອງ​ຫົວໜ້າ​ກົມ​ໂຄສະນາ ຫ້ອງ​ວ່າການ​ລັດຖະບານ ແລະ ທ່ານ​ນາງ Karine PEYRONNIE ຜູ້​ຮັບຜິດຊອບ​ວຽກ​ງານ​ຄົ້ນຄວ້າ ປະຈຳ​ສະ​ຖາ​ບັນ​ຄົ້ນຄວ້າ ເພື່ອ​ການ​ພັດທະນາ​ປະເທດ​ຝຣັ່ງ ມີ​ບັນດາ​ຜູ້​ແທນ​ຂັ້ນ​ສູງ​ທີ່​ຖືກ​ເຊີນ ເຂົ້າ​ຮ່ວມ.

ຈຸດປະສົງ​ຂອງ​ສຳ​ມະ​ນາ​ຄັ້ງ​ນີ້ ແມ່ນ​ເພື່ອ​ນຳ​ສະເໜີ​ກ່ຽວ​ກັບ​ສິ່ງ​ທ້າ​ທາຍ​ຂອງ​ທີ່​ດິນ ໃນ​ການ​ຫັນປ່ຽນ​ຕົວ​ເມືອງ​ພາຍຫຼັງ​ທີ່​ໄດ້​ກວດກາ ໃນ​ແງ່​ຂອງ​ການຈັດຕັ້ງ​ປະຕິບັດ​ໂຄງການ ກໍ​ຄື​ແຜນຜັງ​ຈັດ​ສັນ ຈຶ່ງ​ເຫັນ​ໄດ້​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ທີ່​ດິນ​ໃນ​ຕົວ​ເມືອງ ເປັນຕົ້ນ​ແມ່ນ​ຂໍ້​ຂັດ​ແຍ່ງ​ທີ່​ຕິດ​ພັນ​ກັບ​ເງື່ອນໄຂ​ຂອງ​ການ​ຫັນປ່ຽນ​ຕົວ​ເມືອງ ການ​ນຳ​ໃຊ້​ທີ່​ດິນ​ຂອງ​ປະຊາກອນ​ຢູ່​ຕົວ​ເມືອງ ຫຼື ຊົນນະບົດ ແລະ ນັກ​ລົງທຶນ (ພາກ​ລັດ ແລະ ເອກະ​ຊົນ ສຳລັບ​ນັກ​ລົງທຶນ​ເຂົ້າ​ໃສ່​ໂຄງການ​ແລ້ວ ຍັງ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ປ່ຽນ​ໂອນ​ກຳມະສິດ​ທີ່​ດິນ ຫຼື ມາດ​ຕະການໆ​ເວນ​ຄືນ​ທີ່​ດິນ ຍັງ​ເປັນ​ອຸປະສັກ​ໃນ​ການ​ພັດທະນາ​ຕົວ​ເມືອງ ຕາມ​ທິດ​ທັນ​ສະໄໝ.

ສຳ​ມະ​ນາ​ຄັ້ງ​ນີ້ ຍັງ​ໄດ້​ມີ​ການ​ນຳ​ສະເໜີ​ກ່ຽວ​ກັບ​ຍຸດ​ທະ​ສາດ​ແຫ່ງ​ຊາດ ເພື່ອ​ການ​ຈັດ​ສັນ​ທີ່​ດິນ ຜົນ​ກະທົບ​ຂອງ​ໂຄງການ​ຈັດ​ສັນ​ຂະໜາດ​ໃຫຍ່​ຕໍ່​ທີ່​ດິນ​ໃນ​ຕົວ​ເມືອງ ນັບ​ແຕ່​ປີ 2004 ເປັນຕົ້ນ​ມາ ແລະ ບັນຫາ​ສຳຄັນ​ອື່ນໆ​ອີກ​ຈຳນວນ​ໜຶ່ງ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...