spot_img
Homeນານາສາລະຄົນ 6 ປະເພດນີ້ ທີ່ຍຸງມັກກັດຫຼາຍທີ່ສຸດ

ຄົນ 6 ປະເພດນີ້ ທີ່ຍຸງມັກກັດຫຼາຍທີ່ສຸດ

Published on

ເຄີຍສົງໄສບໍ່ວ່າ ເວລາທີ່ເຮົານັ່ງກັບໝູ່ເພື່ອນຫຼາຍຄົນ ເປັນຫຍັງຍຸງຄືມັກກັດແຕ່ເຮົາຄົນດຽວ ຫຼືເຈົ້າມັກຈະເຫັນໝູ່ເພື່ອນຄົນອື່ນທີ່ຍຸງມັກກັດ, ເຫດການເຫຼົ່ານັ້ນ ບໍ່ໄດ້ເກີດຂຶ້ນເອງໂດຍບັງເອີນ ເພາະເຮົາສາມາດອະທິບາຍແບບວິທະຍາສາດໄດ້ ໂດຍແບ່ງຄົນອອກເປັນ 6 ປະເພດ ທີ່ຍຸງມັກກັດ ໃຜຮູ້ວ່າ ຕົນເອງຖືກກັບຂໍ້ໃດ ກໍຄວນຫຼີກລຽງ ເພື່ອບໍ່ໃຫ້ຍຸງກັດອີກຕໍ່ໄປ

  1. ຍຸງມັກກັດຄົນທີ່ມີເຫື່ອອອກຫຼາຍ
  2. ຍຸງມັກກັດຄົນທີ່ໂຕຮ້ອນ ອຸນຫະພູມບໍລິເວນຜິວໜັງສູງ
  3. ຍຸງມັກກັດຄົນທີ່ຫາຍໃຈແຮງ ເພາະກາກບອນທີ່ປ່ອຍອອກມາ ກັບລົມຫາຍໃຈເປັນໂຕດຶງດູດຍຸງ
  4. ຍຸງມັກກັດເດັກນ້ອຍຫຼາຍກວ່າຜູ້ໃຫຍ່ ເພາະກິ່ນ ແລະລັກສະນະຜິວໜັງ
  5. ຍຸງມັກກັດຜູ້ຍິງຫຼາຍກວ່າຜູ້ຊາຍ ເພາະໂຮໂມນແຕກຕ່າງກັນ
  6. ຍຸງມັກກັດຄົນທີ່ມັກໃສ່ເສື້ອສີເຂັ້ມເຊັ່ນ: ສີດຳ, ກົມ, ແດງ, ຂຽວ ຫຼາຍກວ່າສີຂາວ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...