spot_img
Homeຂ່າວທ້ອງຖິ່ນຄົນຮ້າຍຍິງປະທະ ຕຳຫຼວດເສຍຊີວິດ 1 ບາດເຈັບ 2

ຄົນຮ້າຍຍິງປະທະ ຕຳຫຼວດເສຍຊີວິດ 1 ບາດເຈັບ 2

Published on

ສືບເນື່ອງຈາກ ວັນທີ 2 ພະຈິກ 2016 ເວລາປະມານ 7:15 ນາທີ ຢູ່ທີ່ບ້ານໂພນມ່ວງ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ເກີດເຫດມີຜູ້ກໍ່ເຫດ ໃຊ້ປືນຍິງປະຊາຊົນພາຍໃນບ້ານຂອງຕົນ ໄດ້ຮັບບາດເຈັບສາຫັດ 3 ຄົນ ໃນນັ້ນເປັນຍິງ 1 ຄົນ. ເຫດການດັ່ງກ່າວໄດ້ສ້າງຄວາມຕື່ນຕົກໃຈໃຫ້ແກ່ປະຊາຊົນພາຍໃນບ້ານຢ່າງແຮງ ປະຊາຊົນບໍ່ກ້າອອກຈາກເຮືອນຕະຫຼອດຄືນ.

ຕາມການໃຫ້ຂ່າວຂອງເຈົ້າໜ້າທີ່ເມືອງ ເຊໂປນ ບອກວ່າຜູ້ຕ້ອງສົງໄສກໍ່ເຫດຄື ທ້າວ ສົມພອນ ຫຼືຕາບ ເປັນປະຊາຊົນພາຍໃນບ້ານໂພນມ່ວງນັ້ນເອງ ເຊິ່ງມີອາຊີບຄ້າຂາຍ. ສ່ວນສາເຫດຕາມການໃຫ້ການຂອງປະຊາຊົນ ໄດ້ບອກວ່າຜູ້ກ່ຽວມີໜີສິນຈຳນວນຫຼາຍ ແລະມີຄວາມອາຄາດກັບອີກຄອບຄົວໜຶ່ງທີ່ຢູ່ໃກ້ຄຽງມາເປັນເວລາດົນນານ. ພາຍຫຼັງໄດ້ກໍ່ເຫດແລ້ວກໍໄດ້ເອົາໂຕລົບໜີ ເຈົ້າໜ້າທີ່ທີ່ກ່ຽວຂ້ອງກຳລັງຕິດຕາມນຳຈັບຕົວຜູ້ກ່ຽວ ເພື່ອມາສືບສວນສອບສວນ ແລະດຳເນີນຄະດີຕາມລະບຽບກົດໝາຍ.

14938083-1147717525323551-2103638053-n
ທ້າວຕາບ ຜູ້ກໍ່ເຫດຍິງປະຊາຊົນ ແລະຍິງຕຳຫຼວດເສຍຊີວິດ

ຈົນເຖິງແລງຂອງວັນທີ 09/11/2016 ທາງເຈົ້າໜ້າທີ່ຈຶ່ງໄດ້ຮູ້ເບາະແສຂອງຄົນຮ້າຍເຂົ້າຫຼົບລີ້ຢູ່ໃນຕຶກຮ້າງຫຼັງໜຶ່ງ (ພັບຢູໂຣເກົ່າ) ເຈົ້າໜ້າທີ່ຈຶ່ງໄດ້ວາງແຜນຍົກກຳລັງເຂົ້າເພື່ອຈະຈັບຕົວ ແຕ່ຄົນຮ້າຍເກີດໄຫວຕົວທັນຈຶ່ງໄດ້ມີກ່ນຍິງປະທະກັນເກີດຂຶ້ນ ເຮັດໃຫ້ເຈົ້າໜ້າທີ່ຖືກຍິງເສຍຊີວິດ 1 ຄົນ ແລະ ບາດເຈັບອີກ 2 ຄົນ.

ແລະປັດຈຸບັນຍັງບໍ່ມີຂ່າວຄາວເລີວວ່າຈັບໂຈນໄດ້ຫຼືຍັງ ຈັບຕາຍຫຼືຈັບເປັນແຕ່ປະການໃດ

15032890_1055056437953616_1020259123938310719_n

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...