spot_img
Homeຂ່າວພາຍ​ໃນຄົນຫຼັກຊາວຕື່ນແຜ່ນດິນໄຫວ 4.6 ແມັກນີຈູດ

ຄົນຫຼັກຊາວຕື່ນແຜ່ນດິນໄຫວ 4.6 ແມັກນີຈູດ

Published on

ຕາມການລາຍງານຂອງຜູ້ສື່ຂ່າວ ປະຈຳທ້ອງຖິ່ນຫຼັກຊາວ ເມືອງຄຳເກີດ ແຂວງບໍລິຄຳໄຊ ລາຍງານເຂົ້າສູ່ກອງຂ່າວລາວໂພດວ່າ ມື້ນີ້ ວັນທີ 14 ມັງກອນ 2018 ເວລາປະມານ 13:48 ໂມງ ໄດ້ເກີດເຫດປະຊາຊົນແຕກຕື່ນ ເນື່ອງຈາກແຜ່ນດິນເກີດການສັ່ນໄກວ ເປັນໄລຍະເວລາປະມານ 10 ວິນາທີ ບ້ານເຮືອນມີການສັ່ນໄຫວ.

ຜູ້ໃຫ້ຂ່າວລາຍງານວ່າ ຕາມການກວດກາຂອງພະແນກຊັບພະຍາກອນ-ທຳມະຊາດ ເມືອງຄຳເກີດ ໃຫ້ຮູ້ວ່າຄວາມແຮງຂອງແຜ່ນດິນໄຫວຄັ້ງນີ້ໃນເຂດເທສະບານຫຼັກຊາວແທກໄດ້ 4.6 ແມັກນີຈູດ ແລະກ່າວວ່າຄວາມສັ່ນສະເທືອນຮັບຮູ້ໄດ້ເຖິງ ເມືອງນາກາຍແຂວງຄຳມ່ວນ ທີ່ໄກອອກໄປທາງທິດຕາເວັນຕົກສ່ຽງໃຕ້ 75 ກິໂລແມັດ.

ປະຊາຊົນທີ່ອາໄສຢູ່ເຂດທີ່ໃກ້ກັບຊາຍແດນຫວຽດນາມ ທີ່ໄກຈາກຫຼັກຊາວໄປທາງທິດຕາເວັນອອກປະມານ 30 ກິໂລແມັດ ລາຍງານວ່າມີການສັ່ນໄຫວແຮງກວ່າເຂດເທສະບານຫຼັກຊາວ.

ຫຼ້າສຸດມີລາຍງານວ່າຈຸດສູນກາງແຜ່ນດິນໄຫວຢູ່ເສັ້ນຂະໝານ 18.40 ອົງສາເໜືອ,ເສັ້ນແວງ 105.00 ອົງສາຕາເວັນອອກ ໃກ້ຊາຍແດນລາວ-ຫວຽດນາມບ້ານທີ່ໃກ້ທີ່ສຸດ ບ້ານນໍ້າປັນ(ນໍ້າໄຄ້) ເມືອງໄຊຈຳພອນ, ບ້ານຖໍ້າບິ້ງ, ສົບຈາດ ແລະບ້ານນາເຮືອງ ເມືອງຄຳເກີດ.

ແນວໃດກໍຕາມ, ແຜ່ນດິນໄຫວຄັ້ງນີ້ ຍັງບໍ່ມີລາຍງານຄວາມເສຍຫາຍ ຫຼືຜູ້ຄົນໄດ້ຮັບບາດເຈັບຫຼືເສຍຊີວິດ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...