spot_img
Homeຂ່າວທ້ອງຖິ່ນຄົນລາວຈໍານວນຫຼາຍຍັງມີຄ່ານິຍົມບໍລິໂພກສິນຄ້າກະສິກຳທີ່ນຳເຂົ້າຈາກປະເທດເພື່ອນບ້ານ

ຄົນລາວຈໍານວນຫຼາຍຍັງມີຄ່ານິຍົມບໍລິໂພກສິນຄ້າກະສິກຳທີ່ນຳເຂົ້າຈາກປະເທດເພື່ອນບ້ານ

Published on

ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ ຍັງມີຄົນລາວຈໍານວນຫຼາຍຍັງ ມີຄ່ານິຍົມບໍລິໂພກສິນຄ້າ ກະສິກຳທີ່ນຳເຂົ້າຈາກປະເທດເພື່ອນບ້ານເພາະເຂົາເຊື່ອວ່າຄຸນນະພາບມັນດີກວ່າ ຜະລິດຕະພັນກະສິກຳທີ່ຜະລິດຢູ່ພາຍໃນປະເທດ ຈຶ່ງເຮັດໃຫ້ການນຳເຂົ້າ ສິນຄ້າກະສິກຳມີທັງຖືກຕ້ອງຕາມກົດ ໝາຍ ແລະ ບໍ່ຖືກຕ້ອງຫຼັງໄຫຼເຂົ້າມາປະເທດລາວໃນແຕ່ລະວັນ.

ສປປ ລາວ ຍັງນໍາເຂົ້າສິນຄ້າກະສິກໍາຈາກຕ່າງປະເທດເປັນຈໍານວນຫຼາຍໃນແຕ່ລະປີໂດຍ ສະເພາະ ຈາກປະເທດໄທ, ຫວຽດນາມ ແລະ ສປ ຈີນ ທັງທີ່ປະເທດລາວມີເນື້ອທີ່ປູກພຶດກະສິກໍາເປັນ ຈໍານວນຫຼວງຫຼາຍ.

ທ່ານ ອຸດອນ ໄຊມຸນຕີ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນໄດ້ກ່າວກ່ຽວກັບເລື່ອງນີ້ວ່າ: ການທີ່ ສປປ ລາວເຮົາ ຍັງອາໄສພຶດກະສິກໍານໍາເຂົ້າຈາກຕ່າງປະເທດຈໍານວນຫຼາຍໃນແຕ່ລະ ປີນັ້ນຍ້ອນວ່າການລົງທຶນໃສ່ການຜະລິດເປັນສິນຄ້າຍັງບໍ່ພຽງພໍກັບຄວາມຕ້ອງການ ແລະ ບໍ່ຍືນຍົງ, ເຫັນໄດ້ຢ່າງຈະແຈ້ງໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ການຜະລິດໃນຂະແໜງຕ່າງໆໄດ້ຮັບຜົນກະທົບ, ເວົ້າສະເພາະຂະແໜງກະສິກໍາເຖິງວ່າໄດ້ຍາດແຍ່ງທຶນຮອນເຂົ້າໃນການຟື້ນຟູ, ຊຸກຍູ້, ສົ່ງເສີມແຕ່ກໍຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການ, ການຜະລິດກະສິກໍາເປັນສິນຄ້າໂດຍລວມ ຍັງ ມີບາງດ້ານທີ່ບໍ່ໄດ້ຕາມແຜນການທີ່ວາງໄວ້ເປັນຕົ້ນ ແມ່ນ ການປູກພຶດຜັກອິນຊີ, ການປູກສາລີ, ການລຽ້ງໝູ, ການລຽ້ງສັດປີກ, ການລຽ້ງປາ ແລະ ສັດນໍ້າ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...