spot_img
Homeຄົມຄິດຄົມຄົນຄົນລວຍກັບຄົນທົ່ວໄປ ຕ່າງກັນທີ່ແນວຄິດ

ຄົນລວຍກັບຄົນທົ່ວໄປ ຕ່າງກັນທີ່ແນວຄິດ

Published on

ເຈົ້າເຄີຍໄດ້ຍິນຄຳວ່າເຄື່ອງຜະລິດເງິນບໍ່? ແນ່ນອນຂ້ອຍບໍ່ໄດ້ເວົ້າເຖິງເຄື່ອງພິມເງິນທີ່ຢູ່ທະນາຄານກາງ, ແຕ່ຂ້ອຍເວົ້າເຖິງຄົນລວຍທຸກຄົນໃນໂລກນີ້ ເຂົາລວຍຍ້ອນມີສິ່ງທີ່ຜະລິດເງິນໃຫ້ເຂົາໃນຂະນະທີ່ເຂົານອນຢູ່ເຮືອນ, ໄປຕີກ໊ອບ, ໄປຫຼິ້ນຕ່າງປະເທດ ເພື່ອໃຫ້ເຂົ້າໃຈລອງອ່ານເລື່ອງເລົ່າຕົ້ນສະບັບຂອງການສ້າງເຄື່ອງຜະລິດເງິນຂອງຊາຍຜູ້ນີ້:

ໃນບ້ານນ້ອຍໆແຫ່ງໜຶ່ງໃນພູເຂົາທີ່ສວຍງາມອັນແສນໄກ ມີຊາຍໜຸ່ມສອງຄົນຊື່ ມຸກດາ ແລະ ອານຸ, ຊາຍໜຸ່ມທັງສອງເປັນເພື່ອນຮັກກັນ ແລະ ເຂົາທັງສອງກໍອາໄສຢູ່ບ້ານແຫ່ງນີ້.

ພວກເຂົາຢູ່ໃນໄວທີ່ຍັງໜຸ່ມແໜ້ນ ແລະ ເຝົ້າໃຝ່ຝັນເຖິງ ຊີວິດທີ່ດີກວ່າສຳລັບໂຕພວກເຂົາ, ພວກເຂົາມັກຈະລົມກັນເຖິງຄວາມຝັນຢູ່ສະເໝີ. ພວກເຂົາບໍ່ເຄີຍຢ້ານກົວຕໍ່ການເຮັດວຽກໜັກ ແລະ ກໍເບິ່ງຫາໂອກາດທີ່ຈະເຮັດໃຫ້ຄວາມຝັນນັ້ນເປັນຈິງ.

ຊາຍໜຸ່ມສອງຄົນນີ້ມັກຈະລົມກັນເຖິງວິທີທີ່ຈະເຮັດໃຫ້ພວກເຂົາປະສົບຜົນສຳເລັດທີ່ສຸດໃນບ້ານ.

ແລະແລ້ວມື້ໜຶ່ງ ໂອກາດນັ້ນກໍມາເຖິງ. ມີຜູ້ນຳໃນບ້ານຜູ້ໜຶ່ງໄດ້ຕັດສິນໃຈ ຈ້າງຊາຍທັງສອງໃຫ້ເຮັດວຽກຢ່າງໜຶ່ງ, ວຽກທີ່ວ່າກໍຄື ການຂົນສົ່ງນ້ຳ. ໂດຍການນຳເອົານ້ຳຈາກແຫຼ່ງນ້ຳເທິງພູລົງມາໃຊ້ປະໂຫຍດຢູ່ບ້ານ. ສ່ວນຄ່າຈ້າງທີ່ເຂົາຈະໄດ້ຮັບກໍຂຶ້ນກັບປະລິມານທີ່ນ້ຳພວກເຂົາສາມາດເອົາລົງມາສູ່ບ້ານໄດ້ ມຸກດາ ແລະ ອານຸ ຕົກລົງຮັບງານທີ່ວ່າ ມາເຮັດຢ່າງກະຕືລືລົ້ນ.

ໃນທຸກໆມື້ຕັ້ງແຕ່ເຊົ້າຮອດຄ່ຳ ພວກເຂົາຈະໃຊ້ຖັງນ້ຳເພື່ອຫາບນ້ຳຈາກແຫຼ່ງນ້ຳເທິງພູມາໄວ້ຢູ່ບ້ານ, ທັງສອງເຮັດວຽກໜັກດ້ວຍການຫາບນ້ຳໄປ-ກັບເປັນຮ້ອຍໆຖ້ຽວຕໍ່ມື້ ແລະທຸກໆແລງພວກເຂົາກໍຈະກັບເຮືອນ ພ້ອມກັບການໄດ້ຮັບຄ່າຈ້າງໃນມື້ນັ້ນ.

ອານຸພໍໃຈເປັນຢ່າງຍິ່ງກັບວຽກທີ່ລາວໄດ້ເຮັດ ແລະລາຍໄດ້ທີ່ລາວໄດ້ຮັບ ລາວແນ່ໃຈຫຼາຍວ່າ ວິທີນີ້ແຫຼະ ທີ່ຈະເຮັດໃຫ້ຄວາມຝັນຂອງລາວເປັນຈິງໄດ້ຢ່າງແນ່ນອນ. ອານຸຄິດວ່າລາວຈະສາມາດໄດ້ຮັບຄ່າຈ້າງເພິ່ມຂຶ້ນຖ້າລາວໃຊ້ຖັງນ້ຳທີ່ມີຂະໜາດໃຫຍ່ຂຶ້ນ ເພື່ອທີ່ຈະຂົນນ້ຳໃຫ້ໄດ້ປະລິມານຫຼາຍຂຶ້ນໃນແຕ່ລະຄັ້ງ ລາວຍັງເຊື່ອອີກວ່າ ດ້ວຍຈຳນວນລາຍໄດ້ທີ່ຫຼາຍຂຶ້ນນີ້ເອງ ອີກບໍ່ດົນລາວກໍຈະສາມາດຊື້ເຮືອນ, ຊື້ງົວທີ່ລາວໃຝ່ຝັນໄວ້.

ແຕ່ໃນຂະນະດຽວກັນ ມຸກດາ ບໍ່ໄດ້ພໍໃຈຕໍ່ລາຍໄດ້ທີ່ໄດ້ຮັບ ເພາະໃນທຸກມື້ຫຼັງຈາກເຮັດວຽກແລ້ວ ລາວຮູ້ສຶກອິດເມື່ອຍ, ໝົດແຮງ ລາວກຳລັງຄິດຫາຫົນທາງທີ່ງ່າຍກວ່າທີ່ຈະມາຊ່ວຍລາວໃນການຫາເງິນໃຫ້ຫຼາຍຂຶ້ນ.

ແລ້ວມື້ໜຶ່ງ, ມຸກດາກໍຄິດຂຶ້ນມາໄດ້ ມຸກດາຈິນຕະນາການເຖິງທໍ່ສົ່ງນ້ຳທີ່ຈະໃຊ້ສົ່ງນ້ຳຈາກແຫຼ່ງນ້ຳເທິງພູລົງມາສູ່ບ້ານດ້ວຍປະລິມານທີ່ຫຼາຍຂຶ້ນໂດຍທີ່ເຂົາບໍ່ຕ້ອງຫາບຖັງນ້ຳໄປ-ກັບຄືທີ່ຜ່ານມາ.

ລາວຕື່ນເຕັ້ນຫຼາຍກັບໄອເດຍນີ້ ແລະກໍເລິ່ມວາງແຜນ ໂດຍມຸກດາໄດ້ໄປເວົ້າຄວາມຄິດນີ້ໃຫ້ກັບອານຸຟັງ ແລະຂໍໃຫ້ອານຸມາເຮັດຊ່ວຍກັນກັບລາວໃນການທີ່ຈະສ້າງທໍ່ສົ່ງນ້ຳ. ແຕ່ອານຸພັດຄິດວ່າຄວາມຄິດນີ້ເປັນຄວາມຄິດຜີບ້າ ທັງໝົດທີ່ອານຸຄິດເຖິງກໍຄື ສິ່ງທີ່ເງິນຂອງລາວສາມາດຫາຊື້ໄດ້ໃນມື້ນີ້ ແລະວິທີທີ່ຈະຫາເງິນໄດ້ຢ່າງວ່ອງໄວ. ຈາກນັ້ນ ອານຸກໍໃຊ້ຖັງນ້ຳທີ່ໃຫຍ່ຂຶ້ນແລ້ວຫານ້ຳໄປ-ກັບຢ່າງໜັກທຸກມື້, ແນ່ນອນອານຸໄດ້ຮັບເງິນຫຼາຍຂຶ້ນໃນແຕ່ລະຖ້ຽວ ແຕ່ກໍຕ້ອງແລກມາດ້ວຍຄວາມອິດເມື່ອຍທີ່ໜັກຂຶ້ນທຸກມື້ໆ.

ສ່ວນມຸກດາໄດ້ຕັດສິນໃຈທີ່ຈະສ້າງທໍ່ນ້ຳດ້ວຍໂຕເອງ ແລະລາວເຂົ້າໃຈດີວ່າ ມັນບໍ່ໄດ້ງ່າຍເລີຍ, ມັນຕ້ອງໃຊ້ໄລຍະເວລາທີ່ຍາວນານໃນການສ້າງທໍ່ສົ່ງນ້ຳໃຫ້ແລ້ວສົມບູນ. ມຸກດາຮູ້ວ່າມັນຈະຕ້ອງໃຊ້ເວລາຫຼາຍປີ ແຕ່ລາວກໍຕັ້ງໃຈໃນເປົ້າໝາຍຂອງລາວ.

ໃນລະຫວ່າງນີ້ເອງ ລາຍໄດ້ອານຸໄດ້ເພິ່ມຂຶ້ນເປັນສອງເທົ່າ, ອານຸໄດ້ຊື້ເຮືອນ ແລະຊື້ງົວເປັນທີ່ຮຽບຮ້ອຍ ຕາມທີ່ລາວໄດ້ຫວັງໄວ້ ແລະວິຖີຊີວິດຂອງອານຸກໍໄດ້ປ່ຽນໄປ.

ໃນຕອນນີ້ອາຍຸໄດ້ໃຊ້ເວລາຫຼັງເລີກວຽກໄປຮ້ານຂາຍເຫຼົ້າ ແລະໃຊ້ເງິນຈາການຫາບນ້ຳໄປກັບການກິນເຫຼົ້າທຸກມື້ທຸກວັນ.

ແຕ່ອານຸບໍ່ໄດ້ຄິດເຖິງຮ່າງກາຍຂອງລາວທີ່ຊຸດໂຊມຈາການຫາບນ້ຳທຸກມື້, ສຸຂະພາບຂອງອານຸເລິ່ມບໍ່ດີ, ໜ້າເລິ່ມເຖົ້າລົງ, ເຮັດໃຫ້ອານຸໄປຫາບນ້ຳໜັກໆ ຄືແຕ່ກ່ອນບໍ່ໄດ້ແລ້ວ ມີແຕ່ຫາບໄດ້ຈຳນວນໜ້ອຍລົງ ແລະໜ້ອຍລົງ.

ເດືອນແລ້ວເດືອນເລົ່າທີ່ມຸກດາໄດ້ເັຮດວຽກ ແລະສ້າງທໍ່ນ້ຳຢ່າງໜັກ ບຶດດຽວປີທຳອິດກໍຜ່ານພົ້ນໄປ ແລະກ້າວເຂົ້າສູ່ປີທີ່ສອງ.

ຈົນທ້າຍທີ່ສຸດມຸກດາກໍສ້າງທໍ່ນ້ຳສຳເັລດ, ລາວບໍ່ຕ້ອງຫາບນ້ຳ ເພື່ອຂົນນ້ຳລົງມາສູ່ບ້ານອີກຕໍ່ໄປ ໃນຕອນນີ້ມຸກດາໄດ້ເງິນຫຼາຍຂຶ້ນກວ່າເທື່ອກ່ອນຫຼາຍເທົ່າ ແລະດ້ວຍປະລິມານນ້ຳທີ່ໄຫຼສູ່ບ້ານຢ່າງຕໍ່ເນື່ອງ ມຸກດາມີລາຍໄດ້ທີ່ສະສົມຫຼາຍຂຶ້ນທຸກມື້ ຈົນກາຍເປັນຄົນລວຍທີ່ສຸດໃນບ້ານ.

ແລ້ວເມື່ອເລິ່ມລ້ຳລວຍ ມຸກດາກໍເອົາເງິນໄປສ້າງທໍ່ນ້ຳໃຫ້ບ້ານອື່ນໆ ເງິນຂອງມຸກດາຍິ່ງເພິ່ມຂຶ້ນຢ່າງມະຫາສານ ໃນຂະນະທີ່ອານຸຍັງຄົງລຳບາກຢູ່ຄືເກົ່າ.

ມຸກດາຄືຕົວຢ່າງຄວາມຄິດຂອງຄົນທີ່ຈະລ່ຳລວຍ, ລາວຍອມເຮັດວຽກໜັກຢ່າງສະຫຼາດ ເພື່ອທີ່ຈະບໍ່ໄດ້ເຮັດວຽກອີກຕໍ່ໄປ ເປັນການວາງແຜນໄວ້ແບບໄລຍະຍາວ ທີ່ຕ້ອງໃຊ້ຄວາມອົດທົນ. ໃນຂະນະທີ່ອານຸສົນໃຈພຽງວ່າມື້ນີ້ມື້ອື່ນຈະໄດ້ເງິນທັນທີ ແລະໃຊ້ເງິນຈົນໝົດ ແລ້ວກໍຫາໃໝ່ເພື່ອໃຊ້ພຽງມື້ຕໍ່ມື້, ເດືອນຕໍ່ເດືອນເທົ່ານັ້ນ.

ທີ່ຕ່າງກັນກໍຄື ຄົນລວຍເຂົາມີລາຍໄດ້ມາຈາກທຸລະກິດ ແລະຊັບສິນທີ່ເຂົາສະສົມມາ, ແຕ່ຄົນທົ່ວໄປມີລາຍໄດ້ຈາກາກນເຮັດວຽກຢ່າງໜັກ.

ແນ່ນອນ, ຖ້າເຈົ້າຢາກມີຊັບສິນທີ່ສ້າງເງິນໃຫ້ເຈົ້າທຸກມື້ ມັນຕ້ອງໃຊ້ເວລາໃນການອົດອອມເປັນເວລາດົນ. ແຕ່ເມື່ອມັນສຳເລັດ ເຈົ້າກໍບໍ່ຕ້ອງເັຮດວຽກອີກຕໍ່ໄປ.

ຂໍຂອບໃຈ ບົດຄວາມແລະຮູບປະກອບຈາກປຶ້ມ ຄິດແບບນັກທຸລະກິດ ຂຽນໂດຍ ເອກກະສິດ ສິລິຈັກ
ສຸດຍອດປຶ້ມອ່ານຂອງລາວທີ່ແອັດມິນເຄີຍອ່ານມາ ອ່ານແລ້ວໄດ້ແນວຄິດ ພັດທະນາສະໝອງໄດ້ອິຫຼີ ໃຈແທ້ຢາກໃຫ້ມີໜັງສືໃນລັກສະນະນີ້ອອກສູ່ສັງຄົມຫຼາຍໆ ແລະຢາກແນະນຳໃຫ້ຜູ້ອ່ານໄປຊອກຊື້ມາອ່ານ ມີຂາຍຕາມຮ້ານຂາຍປຶ້ມອ່ານ ມິນິມາກ ເອັມພອຍມາກ ແລະຈິບຟີ ເໝາະສຳລັບຜູ້ມີແນວຄິດລິເລິ່ມໃນການເຮັດທຸລະກິດ ອ່ານງ່າຍໆ ເຂົ້າໃຈງ່າຍໆ.

11226704_470824306414264_1741563419_n

 

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...