ຄົນດີ…ທີ່ຮັກ ຕອນທີ 7

ອ່ານຕໍ່ຈາກສະບັບກ່ອນ…

ນ້ຳ (ໄດ້ຕັກຂົ້ວຜັກບົ້ງໃຫ້ຊຽງ):​ ກິນຂົ້ວຜັກບົ້ງຫຼາຍໆ ບຳລຸງສະໝອງ, ບຳລຸງສາຍຕາ ຊ່ວງນີ້ແຮງໃກ້ຮອດມື້ເສັງພາກຮຽນໜຶ່ງແລ້ວ ແລະ ທີ່ສຳຄັນກິນຜັກບົ້ງແຖມເຮັດໃຫ້ຕາຫວານປິ໋ງ!ປິ່ງ (ນ້ຳລັບຕາລົງພັບໆ)

ຊຽງ (ເຫັນນ້ຳເຮັດແບບນີ້ກໍ່ຮູ້ສຶກເອັນດູນ້ຳຂຶ້ນຕື່ມກວ່າເກົ່າ ແລ້ວຊຽງກໍ່ຕັກຂົ້ວຜັກບົ້ງໃຫ້ນ້ຳຄືນ): ເຈົ້າກໍ່ຄວນກີນຫຼາຍໆ ເພື່ອຈະໄດ້ບຳລຸງສາຍຕາ ແຕ່ບໍ່ອະນຸຍາດໃຫ້ໄປເຮັດຕາຫວານໃສ່ໃຜເດີ້ ນອກຈາກເຮັດກັບຂ້ອຍຄົນດຽວ

ນ້ຳ: ຖ້າຂ້ອຍໄປເຮັດໃສ່ຄົນອື່ນ ແລ້ວເຈົ້າຈະເຮັດຫຍັງໃຫ້ຂ້ອຍ

ຊຽງ (ຍິ້ມເຈົ້າເລ້): ເຮີເຮີເຮີ! ກໍ່ລອງໄປເຮັດເບິ່ງ ຂ້ອຍຈະລົງໂທດເຈົ້າທັງເວັນທັງຄືນເລີຍ

ນ້ຳເຂີນທັນທີເມື່ອໄດ້ຍິນຊຽງເວົ້າແບບນີ້ ນ້ຳບໍ່ຮູ້ຈະຕອບຕໍ່ໄປຈັ່ງໃດເລີຍ ໄດ້ແຕ່ກົ້ມໜ້າກິນເຂົ້າທ່າດຽວ.

ທີ່ຫ້ອງຮຽນ ມື້ເສັງພາກຮຽນໜຶ່ງມື້ສຸດທ້າຍ ນັກຮຽນທຸກຄົນຕັ້ງໃຈແກ້ຄຳຖາມສອບເສັງດ້ວຍຄວາມຕັ້ງໃຈ ແລ້ວໃນທີ່ສຸດການສອບເສັງກໍ່ສິ້ນສຸດໄປໄດ້ດ້ວຍດີ ໂຮງຮຽນພັກພາກຮຽນທີ 1 ໃນເວລາ ໜຶ່ງອາທິດ ໃນໄລຍະພັກພາກຮຽນໜຶ່ງ ເກດ ໄດ້ກັບເມືອຍາມບ້ານ ທີ່ ໂພນໂຮງ ແຂວງ ວຽງຈັນ ດັ່ງນັ້ນຈິ່ງເຫຼືອແຕ່ນ້ຳຄົນດຽວທີ່ນອນຢູ່ຫ້ອງພັກ (ຫ້ອງເຊົ່າ) ຊຽງ ຮູ້ສຶກບໍ່ສະບາຍໃຈທີ່ນ້ຳເປັນຜູ້ຍິງຕ້ອງຢູ່ຫ້ອງຄົນດຽວ ທ່າມກາງຫ້ອງຂ້າງໆທີ່ເຕັມໄປດ້ວຍຜູ້ຊາຍ ຊຽງຈິ່ງໄປທີ່ຫ້ອງເພື່ອຊວນນ້ຳໄປພັກຢູ່ເຮືອນຂອງຕົນກ່ອນໃນໄລຍະທີ່ເກດຍັງບໍ່ທັນກັບມາແຕ່ບ້ານ

ຊຽງ: ນ້ຳ! ຍ້າຍໄປຢູ່ກັບຂ້ອຍບໍ່

ນ້ຳ: ຫະ! ບໍ່ໄດ້ດອກ ຂ້ອຍເປັນແມ່ຍິງ ຢູ່ໆສິໃຫ້ຂ້ອຍແຕ່ງເຄື່ອງໃສ່ກະເປົາຍ້າຍໄປຢູ່ກັບເຈົ້າ ພໍດີລະ! ເຂົາສິໄປຊ່າໝົດບ້ານ ວ່າຂ້ອຍເປັນຍິງໃຈງ່າຍ ໜີໄປຢູ່ນຳຜູ້ຊາຍ

ຊຽງ: ແຕ່ຂ້ອຍເປັນຫ່ວງເຈົ້າ! ຂ້ອຍບໍ່ໄວ້ໃຈ! ຢ້ານພວກຜູ້ຊາຍຫ້ອງຂ້າງໆຄິດຫຍັງບໍ່ດີກັບເຈົ້າ ເຈົ້າອາດຈະບໍ່ຮູ້ວ່າ ຜູ້ຊາຍໄວ້ໃຈບໍ່ໄດ້

ນ້ຳ (ຈ້ອງເບິ່ງໜ້າຊຽງ): ເວົ້າຄືເຈົ້າບໍ່ແມ່ນຜູ້ຊາຍນິລະ! ເຈົ້າຈະບອກວ່າເຈົ້າໄວ້ໃຈໄດ້ກວ່າຜູ້ຊາຍຄົນອື່ນ

ຊຽງ: ກໍ່ບໍ່ໄດ້ໝາຍຄວາມວ່າແນວນັ້ນ! ແຕ່ຂ້ອຍກໍ່ຍັງໃຄກວ່າຜູ້ຊາຍຄົນອື່ນກໍ່ແລ້ວກັນ ເພາະຢ່າງໜ້ອຍຂ້ອຍກໍ່ເປັນແຟນເຈົ້າ! (ຈັບມືນ້ຳ) ໄປເນາະ! ເກັບເສື້ອຜ້າໃສ່ກະເປົາແລ້ວຍ້າຍໄປຢູ່ກັບຂ້ອຍ

ນ້ຳ ປະຕິເສດທ່າດຽວ ຊຽງຟັງເຫດຜົນທີ່ນ້ຳອະທິບາຍ ແລະ ກໍ່ເຂົ້າໃຈເຖິງເຫດຜົນນັ້ນ ກ່ອນຕະເວັນຕົກດິນຊຽງໄດ້ກັບໄປທີ່ເຮືອນຂອງລາວ ຊຽງນັ່ງຢູ່ໂຊຟາ ແລະ ຄິດທົບທວນໄປມາຫຼາຍຮອບ, ຄິດເຫັນນ້ຳ ແລະ ຄິດວົກວົນໄປໃສ່ບັນດາຜູ້ຊາຍຫ້ອງຂ້າງໆ ຄິດມະໂນພາບ ຖ້າຜູ້ຊາຍພວກນັ້ນເກີດຫື່ນໃສ່ນ້ຳ ແລ້ວນ້ຳຈະເຮັດແນວໃດ? ນ້ຳແຮງຢູ່ຕົວຄົນດຽວ! ແຮງຄິດມະໂນໄປໄກເລື່ອງມັນກໍ່ຍິ່ງໂຫດຮ້າຍເກີນກວ່າຈະໃຫ້ມັນເກີດຂຶ້ນ ດ້ວຍຄວາມຫຶງຫວງ ຫຼື ດ້ວຍເຫດຜົນໃດກໍ່ຕາມ ເມື່ອຊວນນ້ຳແລ້ວນ້ຳບໍ່ຍອມມາ ດັ່ງນັ້ນ ຊຽງຈິ່ງຂໍເປັນຝ່າຍໜີຕາມນ້ຳໄປຢູ່ຫ້ອງນຳກໍ່ແລ້ວກັນ ຊຽງເມື່ອຄິດດີແລ້ວ ກໍ່ຈັບເອົາເສື້ອຜ້າໃນຕູ້ອອກມາພັບໃສ່ກະເປົາ ເມືອໄດ້ເສື້ອຜ້າແລະເຄື່ອງໃຊ້ຄົບຕາມທີ່ຕ້ອງການແລ້ວ ລາວກໍ່ຟ້າວຂັບລົດກັບໄປທີ່ຫ້ອງຂອງນ້ຳທັນທີ

ເມື່ອຮອດໜ້າຫ້ອງ ຊຽງໄດ້ເຄາະປະຕູ ກັອກ! ກັອກ! ກັອກ ນ້ຳທີ່ພວມດື່ມນ້ຳຢູ່ເຮືອນຄົວເມື່ອໄດ້ຍິນສຽງຄົນເຄາະປະຕູກໍ່ຟ້າວແລ່ນມາເປີດໃຫ້ທັງທີ ເມື່ອນ້ຳເປີດປະຕູອອກໄປ ກໍ່ເຫັນຊຽງຢືນທີ່ໜ້າປະຕູພ້ອມດ້ວຍ ພ້ອມດ້ວຍກະເປົາເຄື່ອງສີເທົາຂະໜາດກາງ ຊຽງຟ້າວລາກກະເປົາເຄື່ອງເຂົ້າມາໃນຫ້ອງທັນທີ ນ້ຳຮູ້ສຶກມຶນງົງກັບການກະທຳຂອງຊຽງ

ນ້ຳ: ຊຽງ! ຊຽງ ເອົາກະເປົາມາພ້ອມແບບນີ້ຢ່າບອກໃດ໋ວ່າ….

ຊຽງ:​ ອື້! ກໍ່ເຈົ້າບໍ່ຍອມຍ້າຍໄປຂ້ອຍກໍ່ເລີຍຕ້ອງເປັນຄົນມາ

ນ້ຳ (ເອົາມືທັງສອງຂຶ້ນມາກຸມຫົວໄວ້ “ຄິດໃນໃຈ”: ໂອ້ຍ! ຢາກຈະບ້າຕາຍ): ຊຽງ! ຫ້ອງຂ້ອງມີຫ້ອງນອນຫ້ອງດຽວ! ຫ້ອງຮັບແຂກກໍ່ນ້ອຍໆ ແລ້ວເຈົ້າຈະນອນໄດ້ແນວໃດ? ຄິດດີໆອີກເທື່ອບໍ່ຊຽງ

ຊຽງ (ເບິ່ງໜ້ານ້ຳ): ຂ້ອຍຄິດດີແລ້ວ! ຂ້ອຍກິນງ່າຍ ຢູ່ງ່າຍ ເຈົ້າໃຫ້ຂ້ອຍນອນໃສກໍ່ໄດ້ (ແນມໄປມາທົ່ວຫ້ອງ) ແລ້ວຂ້ອຍຕ້ອງເອົາກະເປົາໄວ້ໃສ

ນ້ຳ (ຖອນຫາຍໃຈ ຄໍຕົກ): ເອົາກະເປົາມາໄວ້ໃນຫ້ອງນອນຂ້ອຍກ່ອນສະ

ຍ້ອນຫ້ອງເຊົ່າທີ່ນ້ຳຢູ່ມັນນ້ອຍ ເອົາລົດຈັກເຂົ້າມາມ້ຽນຄັນໜຶ່ງກໍ່ເຕັມແລ້ວ ບໍ່ເຫຼືອບ່ອນໄວ້ຊຽງໄດ້ນອນ ຈະໄລ່ຊຽງກັບເມືອຄືນກໍ່ບໍ່ກ້າ ຢ້ານຊຽງເສຍຄວາມຮູ້ສຶກ (ນ້ຳຢູ່ໃນພາວະກືນບໍ່ໄດ້ຄາຍບໍ່ອອກ ຕ້ອງອກ້ສະຖານະການໄປກ່ອນ) ສະນັ້ນນ້ຳຈິ່ງຕັດສິນໃຈ ໃຫ້ຊຽງເຂົ້າມານອນໃນຫ້ອງນ້ຳ ແຕ່ນ້ຳໄດ້ຈັດບ່ອນນອນອີກໜຶ່ງບ່ອນໄວ້ໃກ້ກັບຕຽງທີ່ນາງນອນ ທຳອິດນ້ຳຈະຍົກຕຽງນອນຂອງຕົນເອງໃຫ້ຊຽງນອນ ແລ້ວຕົນເອງຈະລົງໄປນອນບ່ອນທີ່ປູໄວ້ຕ່າງຫາກ ແຕ່ຊຽງບໍ່ຍອມ ຊຽງຂໍເປັນຄົນນອນລຸ່ມເອງ

ກ່ອນຮອດໂມງນອນ 1 ຊົ່ວໂມງ ຕອນທີ່ຊຽງກຳລັງອາບນ້ຳຢູ່ຫ້ອງນ້ຳ ສ່ວນນ້ຳກຳລັງປູບ່ອນນອນໃຫ້ຊຽງ ເມື່ອປູບ່ອນສຳເລັດແລ້ວນ້ຳກໍ່ໂດດຂຶ້ນຕຽງຕົວເອງ ນ້ຳໄດ້ແນມຊ້າຍແນມຂວາທົ່ວຫ້ອງປະກົດວ່າບໍ່ເຫັນຊຽງ ໄດ້ຍິນສຽງຄົນອາບນ້ຳ ນ້ຳຄິດວ່າຄົງເປັນຊຽງທີ່ກຳລັງອາບນ້ຳ ແລະ ຄົງຈະອາບນານແລ້ວ “ຄວາມຈິງແລ້ວນ້ຳກໍ່ຮູ້ສຶກດີໃຈບໍ່ໜ້ອຍທີ່ຈະມີຊຽງມານອນຢູ່ໃກ້ໆ ແຕ່ສິ່ງທີ່ເຮັດໄດ້ກໍ່ພຽງກັບຄວາມຮູ້ສຶກທີ່ໜ້າອາຍນີ້ໄວ້ຂ້າງໃນໂດຍບໍ່ບອກໃຫ້ຊຽງໄດ້ຮູ້ ເມື່ອຮູ້ວ່າຕອນນີ້ຊຽງກຳລັງຢູ່ໃນຫ້ອງນ້ຳ ແລະ ຕົນເອງກໍ່ຢູ່ໃນຫ້ອງຄົນດຽວ ຊຽງຄົງຈະບໍ່ທັນມາເຮັດຕອນທີ່ຕົນເອງກຳລັງປົດປ່ອຍຄວາມຮູ້ສຶກທີ່ອຶດອັດໃນໃຈລົງໃສໝອນ”

ນ້ຳ (ນັ່ງຫັນຫຼັງໃສ່ປະຕູຫ້ອງທີ່ອັດບໍ່ແຈບສະໜິດ ນາງໄດ້ຈັບໝອນຂຶ້ນມາເຊິ່ງໜ້າຕົວເອງແລ້ວປ່ອຍໃຫ້ໝອນລົ້ມລົງມາຖືກໜ້າຈາກນັ້ນນ້ຳກໍ່ຫົວຖືກໃຈ ແລະ ເວົ້າດ້ວຍຄວາມເຂີນອາຍວ່າ): ບ້າ…ນ່າຊຽງ ຈູບເຂົາອີກລະ…ອິອິອິ (ນ້ຳຈັບໝອນຂຶ້ນມາເຮັດແບບເກົ່າແລ້ວເວົ້າອີກ) ແນ໋ະ! ເວົ້າແລ້ວບໍ່ຟັງ ຍັງສິມາຫອມອີກ (ນ້ຳເຮັດແບບເກົ່າຊ້ຳໆໆ) ອຸ້ຍຍຍຍ! ອົດໃຈບໍ່ໄດ້ແລ້ວ ແບບນີ້ມັນຕ້ອງປ້ຳຊຽງເລີຍດີກວ່າ… (ນ້ຳຈັບໝອນປ້ຳລົງ ແລ້ວເອົາຕົວລົງໄປນອນທັບໝອນ ແລ້ວຈູບໝອນໄປມາຫຼາຍໆເທື່ອ ໂດຍທີ່ນ້ຳບໍ່ຮູ້ຕົວວ່າ ຊຽງ ອາບນ້ຳແລ້ວ ໄດ້ມາຢືນເບິ່ງໂຕເອງຕັ້ງແຕ່ເລີ່ມຕົ້ນ ດ້ວຍຄວາມຕະລົກ ຊຽງເຫັນນ້ຳທ່າທາງເຮັດແບບນີ້ ກໍ່ອົດຫົວຂັວນນ້ຳບໍ່ໄຫວ ຈິ່ງໄດ້ຫົວສຽງດັງຂຶ້ນ, ນ້ຳທີ່ກຳລັງມະໂນຈູບໝອນຢູ່ດີໆ ເມື່ອໄດ້ຍິນສຽງຫົວຂອງຊຽງ ກໍ່ຟ້າວຫັນມາເບິ່ງທີ່ປະຕູ ເຫັນຊຽງ ຢືນຫົວຂັວນຕົວເອງຢູ່ ນ້ຳຮູ້ສຶກອາຍແຮງ ຈິ່ງຟ້າວໂດດລົງຕຽງນັ່ງມູບໜ້າໃສ່ຫົວເຂົ່າທີ່ຂ້າງຕຽງ

ນ້ຳ (ຄິດໃນໃຈ): ຕາຍແລ້ວຕາຍແລ້ວ! ເຮົາເຮັດເລື່ອງໜ້າອາຍອີ່ຫຍັງລົງໄປນິ

ຊຽງເຫັນນ້ຳນັ່ງມູບໜ້າຢູ່ຂ້າງຕຽງ ຊຽງກໍ່ຢ່າງເຂົ້າມາຫານ້ຳ ແລ້ວໂຈມໂຕນ້ຳລຸກຢືນຂຶ້ນ ແລ້ວເວົ້າກັບນ້ຳວ່າ:

ຊຽງ: ບໍ່ຕ້ອງລັກຈູບກັບໝອນກໍ່ໄດ້ ເພາະໂຕແທ້ຢືນຢູ່ນີ້ແລ້ວ!

ຈາກນັ້ນທັງສອງກໍ່ໄດ້ສົບຕາກັນ ຊຽງ ໄດ້ແນມເບິ່ງໃບໜ້າ, ໃບຫູ, ກ້ານຄໍທີ່ຂາວນວນ, ຮີມສົມບາງໆສີບົວອ່ອນ ພ້ອມກິ່ນຕົວຫອມໆ ຊຽງສຳພັດຜິວກາຍທີ່ນຸ້ມນວນຂອງນ້ຳ ເຮັດໃຫ້ຊຽງອົດໃຈບໍ່ໄຫວ ຊຽງໄດ້ກອດນ້ຳເອົາໄວ້ແໜ້ນ ຊຽງໄດ້ໂນ້ມຕົວຂອງນ້ຳນອນລົງທີ່ບ່ອນນອນໂດຍໄວ ຮີມສົບຂອງທັງສອງໄດ້ປະກົບເຂົ້າກັນ ຊຽງໄດ້ຈູບນ້ຳຢ່າງດູດດື່ມ ຈູບປາກ ແລ້ວລາມລົງມາດູດທີ່ກ້ານຄໍ ໃນເວລານັ້ນ ນ້ຳເຮັດໄດ້ພຽງແຕ່ນອນນິ້ງ ໃຈສັ່ນໆ ຫົວໃຈນ້ຳເຕັ້ນໄວ ເຕັ້ນແຮງກວ່າປົກກະຕິ ສະໝອງຂອງນ້ຳສັ່ງການພຽງວ່າ: (ນ້ຳຄິດ “ຕັ້ງສະຕິໄວ້ນ້ຳ! ອົດໃຈໄວ້! ອົດໄວ້! ອົດໄວ້! ເຮົາຈະເສຍຕົວຕອນນີ້ບໍ່ໄດ້ເດັດຂາດ”) ຊຽງເອົາມືທັງສອງຂ້າງມາຈັບທີ່ກະດຸມເສື້ອຂອງນ້ຳເພື່ອຈະແກະດຸມເສື້ອອອກ ແຕ່ທັນໃດນັ້ນ ນ້ຳກໍ່ຟ້າວເອົາມືຂອງນາງມາຈັບມືຊຽງໄວ້ທັນທີແລ້ວບອກວ່າ:

ນ້ຳ (ຈັບມືຊຽງໄວ້): ຢ່າເຮັດ! ມັນຍັງບໍ່ຮອດເວລາ ຕອນນີ້ຂ້ອຍຍັງບໍ່ພ້ອມ

ພໍແຕ່ຊຽງໄດ້ຍິນນ້ຳເວົ້າພຽງເທົ່ານີ້ ຄວາມຫວັງທີ່ຈະໄດ້ຂຶ້ນວິມານຊັ້ນຟ້າກໍ່ຟັງທະລາຍລົງທັນທີ ຊຽງເຫັນສີໜ້າແວວຕານ້ຳສະແດງອອກຢ່າງຈິງຈັງວ່າບໍ່ຕ້ອງການທີ່ຈະມີການຮ່ວມເພດໃນຕອນນີ້ ຊຽງຮູ້ສຶກແຄຣຄວາມຮູ້ສຶກຂອງຄົນທີ່ລາວຮັກ ດັ່ງນັ້ນຊຽງຈິ່ງຍອມປ່ອຍມືອອກຈາກດຸມເສື້ອຂອງນ້ຳ ແລ້ວປ່ຽນຈາກທ່ານອນເຕັງມາເປັນທ່ານອນສະແຄງກອດດ້ານຫຼັງຂອງນ້ຳໄວ້ແທນ

ຊຽງ:​ ຂ້ອຍຂໍນອນກອດແບບນີ້ອີກຈັກບຶດໜຶ່ງໄດ້ບໍ່ ເພາະຕອນນີ້ຍັງຮູ້ສຶກດີຢູ່

ນ້ຳ (ຫາຍໃຈໃຫຍ່ເຫືອກໜຶ່ງເບົາໆດ້ວຍຄວາມໂລ່ງໃຈ ແລະ ຄິດໃນໃຈວ່າ): ເກືອບເຊັດແລ້ວເຮົາ

ນ້ຳນອນນິ້ງບໍ່ປາກບໍ່ຕິງໃນອ້ອມກອດຂອງຊຽງ ຜ່ານໄປ 20 ນາທີ ຊຽງຈິ່ງເຄື່ອນຍ້າຍຈາກເທິງຕຽງລົງມານອນລຸ່ມຕຽງບ່ອນທີ່ນ້ຳປູໄວ້ໃຫ້ ຜ່ານໄປໜຶ່ງຊົ່ວໂມງແລ້ວ ແຕ່ຊຽງ ກັບ ນ້ຳ ກໍ່ນອນບໍ່ຫຼັບ ຕ່າງຄົນຕ່າງພິກຕົວໄປມາທີ່ບ່ອນ ນອນ ອາດເປັນຍ້ອນທັງສອງຢູ່ໃນຊ່ວງໄວຈະເລີນພັນ ມັນເປັນເລື່ອງປົກກະຕິທີ່ຄົນໄວອາຍຸຊ້ຳນີ້ (ຊ່ວງໄວລຸ້ນ ອາຍຸ 20-24 ປີ) ຈະມີຄວາມຕ້ອງການທາງເພດສູງ ຊຽງກໍ່ຄືກັນກັບຜູ້ຊາຍຄົນອື່ນໆ ເຊິ່ງຈະເຮັດໃຈໃຫ້ເສີຍໆຄືບໍ່ຮູ້ສຶກຫຍັງເມື່ອເວລາຢູ່ໃກ້ກັບຍິງສາວ ໂດຍສະເພາະເປັນສາວງາມ ແລະ ເປັນຄົນຮັກຂອງຕົນເອງ ແມ່ນຂົ່ມໃຈບໍ່ໃຫ້ຄິດເລື່ອງນີ້ແມ່ນເຮັດໄດ້ຍາກຫຼາຍ ແຕ່ເຖິງແມ່ນວ່າ ຊຽງຈະຮູ້ສຶກຫິວໂຫຍ ດັ່ງກັບເສືອຫິວກວາງກໍ່ຕາມ ຖ້າຝ່າຍຍິງບໍ່ພ້ອມ ບໍ່ຍອມດີໆ ຊຽງກໍ່ບໍ່ບັງຄັບຝືນໃຈເດັດຂາດ ຫິວພຽງໃດກໍ່ຕ້ອງອົດໃຈເອົາໄວ້ ຝຶກຄວາມອົດທົນເອົາໄວ້ໃຫ້ໄດ້

ຊຽງຮູ້ສຶກກະວົນກະວາຍ, ອຶດອັດຢູ່ຍາກ, ໃຈສັ່ນ, ຈິດໃຈຮ້ອນຮົນຄືເອິກຈະລະເບີດ, ເຫື່ອໄຫລໄຄຍ້ອຍ, ປວດຫົວເລັກໜ້ອຍ ເພາະອາລົມມັນຍັງຄ້າງບໍ່ຍອມລົງມັນເປັນຄວາມຮູ້ສຶກທີ່ທໍລະມານເມື່ອບໍ່ໄດ້ປົດປ່ອຍດັ່ງຄວາມຕ້ອງການ, ທຳອິດຊຽງໄດ້ລຸກຂຶ້ນມານັ່ງສະມາທິເພື່ອບັງຂັບຈິດໃຈ ແລະ ຄວາມຄິດ ແຕ່ກໍ່ເຮັດບໍ່ສຳເລັດ ເພາະລັບຕາລົງເທື່ອໃດກໍ່ຄິດເຫັນແຕ່ພາບຕອນຈູບ ຮີມສົບທີ່ນີ້ມນວນນັ້ນຢູ່ຈ້ອຍໆ (ຊຽງກືນນ້ຳລາຍ) ວິທີນັ່ງສະມາທິບໍ່ໄດ້ຜົນຊຽງຈິ່ງປ່ຽນມາອອກກຳລັງກາຍດ້ວຍທ່າ ຊິດອັບໜ້າມທ່ອງ, ທ່າວິດພື້ນ ເມື່ອໃຫ້ຮ່າງກາຍອິດເມື່ອຍ ແລະ ອ່ອນແຮງລົງ. ນ້ຳທີ່ນອນຫັນຫຼັງຮົ່ມຜ້າຢູ່ເທິງຕຽງ ໄດ້ຍິນສຽງ ອຸອ່ະອິມ! ຫຼາຍເທື່ອ ກໍ່ຫັນມາເບິ່ງ ທັງສອງໄດ້ແນມເບິ່ງໜ້າກັນອີກຄັ້ງ ນ້ຳເບິ່ງຊຽງອອກກຳລັງກາຍ ໃຈຊຽງກໍ່ເລີ່ມຫວັ່ນໆອີກຄັ້ງເມື່ອເຫັນໜ້ານ້ຳ ແລ້ວແນມເບິ່ງທີ່ປາກອັນບາງໆຂອງນ້ຳ ຊຽງຟ້າວບອກໃຫ້ນ້ຳຫັນໄປທັນທີ

ຊຽງ: ນ້ຳ! ຢ່າແນມເບິ່ງຂ້ອຍຫຼາຍ ຟ້າວຫັນຫຼັງໄປ! ດຽວຂ້ອຍສິອົດໃຈບໍ່ໄດ້

ເມື່ອນ້ຳໄດ້ຍິນຊຽງບອກແບບນີ້ ນ້ຳກໍ່ຟ້າວຫັນຫຼັງໃສ່ຊຽງແລ້ວເອົາຜ້າຫົ່ມປົກຫົວທັນທີ. ຄວາມຈິງແລ້ວ ນ້ຳເອົາກໍ່ມີຄວາມຮູ້ສຶກທີ່ສຽວຊ້ານໄປທົ່ວຮ່າງກາຍ ມີຄວາມຕ້ອງການທາງເພດເຊັ່ນດຽວກັນກັບຊຽງ ແຕ່ຕ້ອງອົດໃຈເອົາໄວ້ ເພາະມັນຍັງບໍ່ຮອດເວລາທີ່ເໝາະສົມເທື່ອ.

ເຊົ້າມື້ຕໍ່ມານ້ຳຕື່ນແຕ່ເຊົ້າ ເພື່ອໄປອາບນ້ຳແຕ່ຕົວ ນ້ຳນັ່ງຢູ່ຕໍ່ໜ້າໂຕະແຕ່ໜ້າແລ້ວແຍງເບິ່ງກ້ານຄໍຕົວເອງທີ່ແວ່ນ ເຫັນຮອຍຊ້ຳຈຸດໜຶ່ງທີ່ກ້ານຄໍຂອງຕົນ

ນ້ຳ (ຄິດໃນໃຈ):​ ອູ້… ໜ້າອາຍແທ້ໆແບບນີ້ ຈະໃຫ້ໃຜເຫັນບໍ່ໄດ້ (ນ້ຳຈິ່ງຟ້າວ ເອົາຄຣີມທາຮອງພື້ນ ມາທັບຈຸດຊ້ຳຈາກຮອຍດູດມື້ຄືນນີ້ທັນທີ ນ້ຳທາຄຣີມຮອງພື້ນໃສ່ຫຼາຍໆຄັ້ງ ເພື່ອປົກປິດຮອຍຊ້ຳນັ້ນ)

ໃນເວລາທີ່ພວກເຂົານັ່ງກິນເຂົ້ານຳກັນທີ່ໂຕະອາຫານໃນຫ້ອງຄົວ ນ້ຳໄດ້ຖາມຊຽງ

ນ້ຳ (ເຮັດໜ້າທ່າທາງສົງໃສ): ຊຽງ! ທີ່ຜ່ານມາເຈົ້າບໍ່ເຄີຍມີແຟນແທ້ຫວະ! ເຈົ້າບອກວ່າຂ້ອຍເປັນແຟນຄົນທຳອິດຂອງເຈົ້າມັນແມ່ນຄວາມຈິງບໍ່

ຊຽງ (ແນມເບິ່ງໜ້ານ້ຳ ແລ້ວຍິ້ມເບົາໆ): ອື້! ແມ່ນຄວາມຈິງ

ນ້ຳ: ເອ໋…! ແຕ່ມື້ຄືນນີ້…ເລື່ອງແບບນັ້ນເຈົ້າຄືຊຳນານແທ້ ຄືຄົນທີ່ຜ່ານປະສົບການມາແລ້ວຫຼາຍຄັ້ງ

ຊຽງ (ຈ້ອງເບິ່ງໜ້ານ້ຳແບບບໍ່ກະພິບຕາ ສະແດງເຖິງຄວາມຈິງຈັງໃນຄຳຕອບ): ຂ້ອຍບໍ່ເຄີຍມີປະສົບການກັບໃຜ ແຕ່ເພາະເຈົ້າງາມເກີນອົດໃຈເອົາໄວ້ໄດ້

ອ່ານຕໍ່ສະບັບໜ້າ…

ແຕ່ງໂດຍ: ແອັດມິນ ປັອກເລັກ ລາວໂພສຕ໌
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!