spot_img
HomeBaby-ແມ່ແລະເດັກຄູ່ຮັກໄນຈີເຣຍໄດ້ແຝດ 6 ຄົນ ຫຼັງພະຍາຍາມເອົາລູກເຖິງ 17 ປີ

ຄູ່ຮັກໄນຈີເຣຍໄດ້ແຝດ 6 ຄົນ ຫຼັງພະຍາຍາມເອົາລູກເຖິງ 17 ປີ

Published on

ນາງ ອະຈິໂບລາ ໄທໄວ ຍິງຊາວໄນຈີເຣຍ ໄດ້ເກີດລູກຝາແຝດເຖິງ 6 ຄົນ ດ້ວຍການຜ່າຕັດເອົາລູກອອກ ທີ່ສູນການແພດມະຫາວິທະຍາໄລສາຂາລັດເວີຈີເນຍ ໃນສະຫະລັດເມື່ອບໍ່ດົນມານີ້ ເຊິ່ງຝາແຝດ ທັງ 6 ຄົນນັ້ນເປັນຍິງ 3 ແລະ ຊາຍ 3 ຄົນ ແລະ ທັງໝົດແມ່ນມີສຸຂະພາບແຂງແຮງດີ ແລະ ການຜ່າຕັດເກີດລູກໃນຄັ້ງນີ້ຕ້ອງໄດ້ໃຊ້ທີມແພດເຖິງ 40 ຄົນ.

ເຊຶ່ງຜົວເມຍຄູ່ນີ້ມາຈາກທິດຕະເວັນຕົກຂອງປະເທດໄນຈີເຣຍ ໄດ້ພະຍາຍາມມີລູກນໍາກັນມາເຖິງ 17 ປີ ແລ້ວແຕ່ບໍ່ໄດ້ຜົນ ຈົນມາເຖິງເດືອນ ພະຈິກ 2016 ທີ່ຜ່ານມາ ແພດໄດ້ວິໄຈວ່າ ນາງ ອະຈິໂບລາ ໄດ້ຖືພາ.

ເຊຶ່ງກໍລະນີທີ່ຖືພາລູກຝາແຝດເຖິງ 6 ຄົນນີ້ ມີຄວາມຍາກທີ່ຈະເກີດຂຶ້ນ ໂດຍປີ 2015 ມີເດັກນ້ອຍ 4 ລ້ານກວ່າຄົນເກີດໃນສະຫະລັດ ແລະ ຈໍານວນນີ້ເປັນແຝດ 4 ຄົນຂຶ້ນໄປພຽງ 24 ຄົນເທົ່ານັ້ນ.

ການຜ່າຕັດເກີດລູກຝາແຝດ 6 ຄົນຕ້ອງໃຊ້ຄວາມພະຍາຍາມສູງມາກ ຄືກັບກໍລະນີນີ້ຕ້ອງໃຊ້ແພດເຖິງ 40 ຄົນ ທາງ ດຣ. ຣັສເຊລ ມົວສ໌ ຜູ້ອຳນວຍການແຜນດູແລເດັກອ່ອນຂອງໂຮງໝໍກ່າວວ່າ ກໍລະນີດັ່ງກ່າວຖືເປັນຄວາມສຳເລັດທີ່ໜ້າຕື່ນເຕັ້ນ ແລະ ຈະບໍ່ສາມາດສຳເລັດໄດ້ຫາກທີມງານບໍ່ຮ່ວມມືກັນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...