ຄຸນຄ່າຂອງດອກໄມ້ຈີນ

0
1470

224_20150602164753.

ດອກໄມ້ຈີນນິຍົມ​ນຳ​ມາ​ປະກອບ​ອາຫານ​ໃນ​ໄລຍະ​ເທດສະ​ການ​ກຸດ​ຈີນມີ​ສັບພະຄຸນ​​ແລະ​ມີ​ຄຸນຄ່າ​ອາຫານ​ຫລາຍອຸດົມ​ໄປ​ດ້ວຍ​ແຄ​ໂລ​ທີນ​ເປັນ​ຈຳນວນ​ຫລາຍເປັນ​ຜັກ​ທີ່​ມີ​ໄຂ​ມັນ​ຕ່ຳ​ຫລາຍແລະ​ມີ​ສັບ​ພະຄຸນເປັນ​ຢາ​ລະບາຍມີ​ລິດ​ເຢັນປະກອບ​ດ້ວຍ​ສານ​ອາຫານ​ທີ່​ຊ່ວຍ​ບຳ​ລຸງ​ສຸຂະພາບເຊັ່ນ:ແຄ​ຊຽມ.ເຫລັກ.ຟອດ​ຟໍ​ລັດ.ໂປ​ຕີນແລະ​ວິ​ຕາ​ມິນ​ເອຈຶ່ງ​ເປັນ​ອາຫານ​ທີ່​ກິນ​ໄດ້​ທຸກ​ເພດ​ທຸກ​ໄວວິ​ຕາ​ມິນ​ບີ​ໃນ​ດອກ​ໄມ້​ຈີນ​ຊ່ວຍ​ໃຫ້​ສະຫມອງ​ເຮັດວຽກ​ໄດ້​ດີແລະ​ເພີ່ມ​ຄວາມ​ຈຳຊ່ວຍ​ຕ້າ​ນອາ​ນຸ​ມູນ​ອິດສະຫລະແລະ​ກະຕຸ້ນ​ພູ​ມ​ຄຸ້ມ​ກັນມີ​ສັບພະຄຸນ​​ແກ້​ຮ້ອນ​ ໃນບຳ​ລຸງ​ເລືອດ.ປ້ອງ​ກັນ​ພະຍາດ​ເລືອດ​ຈາງປ້ອງ​ກັນ​ພະຍາດເດີ​ຊານ.ຂັບ​ຍ່ຽວແລະ​ບັນ​ເທົາ​ລິດ​ສີ​ດວງ​ທະວານ